Green SM Car - ບໍລິການລົດໄຟຟ້າ 100%, ມາດຕະຖານ 5 ດາວ | Green SM
ແນະນຳ
ເລືອກ Green SM Car ສຳລັບປະສົບການການບໍລິການ
5 ດາວ
5 ດາວ
ຄົນຂັບລົດພ້ອມສະເໝີ
ຄົນຂັບລົດໄດ້ຮັບການຝຶກອົບຮົມທີ່ດີ ແລະ ເປັນມືອາຊີບ.
ຈອງລົດໄດ້ງ່າຍ
ຈອງລົົດໄດ້ຢ່າງວອງໄວ ແລະ ຮັບສ່ວນຫຼຸດລາກຫຼາຍ ໃນແອັບ GreenSM
ປອດໄພ
ເຕັກໂນໂລຢີທີ່ທັນສະໄໝພ້ອມດ້ວຍລະບົບຄວາມປອດໄພທີ່ກ້າວໜ້າ ແລະ ຖົງລົມນິລະໄພ 6 ໜ່ວຍ.
ລາຄາຖືກ
ລາຄາຖືືກ ແລະ ມີສ່ວນຫຼຸດຫຼາຍເວລາຊຳລະທາງແອັບ
ພາຫະນະສີຂຽວ
ລົດສະອາດ, ບໍ່ມີກິ່ນ, ແລະ ມີພາຍໃນກວ້າງຂວາງ.
ຮັກສາສິ່ງແວດລ້ອມ
ລົດໄຟຟ້າບໍ່ປ່ອຍອາຍພິດ, ປົກປ້ອງສິ່ງແວດລ້ອມ.
ຄໍາແນະນໍາ
ແນະນຳຳການຈອງລົດ
- 1. ຂັ້ນຕອນທີ 1ເປີດແອັບ Green SM ແລະ ເລືອກໄອຄອນລົດຢູ່ໜ້າຈໍຫຼັກ.
- 2. ຂັ້ນຕອນທີ 2ເລືອກຈຸດຮັບ ແລະ ຈຸດສົ່ງທີ່ທ່ານຕ້ອງການ ແລະ ເລືອກລົດແທັກຊີ່ Green SM Taxi.
- 3. ຂັ້ນຕອນທີ 3ເລືອກວິທີການຊໍາລະຂອງທ່ານ. ຢ່າລືມໃຊ້ສ່ວນຫຼຸດການເດີນທາງ.
- 4. ຂັ້ນຕອນທີ 4ການຈອງຂອງທ່ານໄດ້ຮັບການຢືນຢັນແລ້ວ. ຂໍໃຫ້ມີການເດີນທາງທີ່ມ່ວນຊື່ນ!

ຂໍ້ມູນ
ລາຄາບໍລິການ
ລາຄາເປັນທາງການ
- ລາຄາລວມອາກອນມູນຄາເພີ່ມ ແລະ ປະກັນໄພສຳລັບລູກຄ້າ
- ລາຄາຈອງຜ່ານແອັບຖືກກຳນົດໂດຍລະບົບໄລ່ເງິນ,ຕາມລາຄາເປັນທາງການ ແລະ ມີສ່ວນຫຼຸດ(ຖ້າມີ) ແລະ ລາຄາເພີ່ມ(ຖ້າມີ) ຕາມຊວງເວລາ
- ຄ່າໂດຍສານໄປ-ກັບໃຊ້ໄດ້ສະເພາະຜູ້ໂດຍສານຄົນດຽວກັນທີ່ເດີນທາງໄປທັງສອງທິດທາງເທົ່ານັ້ນ.
- ຄ່າໃຊ້ຈ່າຍໃນການເດີນທາງຕົວຈິງແມ່ນຂຶ້ນກັບໄລຍະທາງຕົວຈິງທີ່ເດີນທາງ, ຄ່າທາງ (ຖ້າມີ), ແລະ ຄ່າບໍລິການເພີ່ມເຕີມທີ່ເກີດຂຶ້ນໃນລະຫວ່າງການເດີນທາງ.
- ລາຄາຮັບເໝົາບໍ່ໄດ້ໃຊ້ກັບວັນພັກລັດຖະການ(ອີງຕາມປະຕິທິນຂອງລັດ).
ຄຳຖາມທີ່ຖືກຖາມເລື້ອຍໆ
Green SM Car
ຂ້ອຍຕ້ອງການຈອງລົດລ່ວງໜ້າຜ່ານແອັບໄດ້ບໍ?
ນໍາໃຊ້ລະຫັດສ່ວນຫຼຸດ
ຄຳແນະນຳສຳລັບການເພີ່ມ/ອັບເດດວິທີການຊຳລະເງິນ
ຂ້ອຍຕ້ອງການຈອງລົດລ່ວງໜ້າຜ່ານແອັບໄດ້ບໍ?
ເພື່ອເຮັດການຈອງລົດລ່ວງໜ້າ, ກະລຸນາປະຕິບັດຕາມຂັ້ນຕອນລຸ່ມນີ້:
ຂັ້ນຕອນທີ 1: ຢູ່ໜ້າຈໍຫຼັກ, ປ້ອນຈຸດໝາຍປາຍທາງຂອງທ່ານໃນຊ່ອງ "Destination" ແລະ ຢືນຢັນຈຸດຮັບ.
ຂັ້ນຕອນທີ 2: ເລືອກປະເພດການບໍລິການ: ແອັບພລິເຄຊັນຈະສະແດງປະເພດການບໍລິການທີ່ມີຢູ່ໃນເຂດຂອງທ່ານ. ກວດສອບລາຄາຄ່າໂດຍສານ, ແລ້ວເລືອກປະເພດການບໍລິການທີ່ເໝາະສົມກັບຄວາມຕ້ອງການ ແລະ ງົບປະມານຂອງທ່ານ.
ຂັ້ນຕອນທີ 3: ເລືອກວິທີການຊຳລະເງິນ ແລະ ປ້ອນລະຫັດສ່ວນຫຼຸດ (ຖ້າມີ).
ຂັ້ນຕອນທີ 4: ກົດທີ່ເຄື່ອງໝາຍຈຳເມັດສາມເມັດ (...) ທີ່ຢູ່ຂ້າງຊ່ອງ "Promotion", ຈາກນັ້ນກົດ "Schedule" (ກຳນົດເວລາ). ເລືອກເວລາທີ່ທ່ານຕ້ອງການເດີນທາງ ແລ້ວກົດ "Update".
ຫຼື ຢູ່ໜ້າຈໍການຈອງ, ໃຫ້ເລືອກທີ່ຮູບ "ໂມງ" ທີ່ຢູ່ສ່ວນເທິງຂອງລາຍການບໍລິການ ເພື່ອກຳນົດເວລາເດີນທາງ ແລ້ວກົດ "Update".
ຂັ້ນຕອນທີ 5: ກວດສອບເວລາທີ່ທ່ານກຳນົດໄວ້ຄືນອີກຄັ້ງ ແລ້ວເລືອກ "Reserve" (ຈອງລ່ວງໜ້າ). ຄົນຂັບຈະຕິດຕໍ່ຫາທ່ານລ່ວງໜ້າເພື່ອຢືນຢັນລາຍລະອຽດ.
*ທ່ານສາມາດຈອງລົດລ່ວງໜ້າໄດ້ສູງສຸດ 30 ວັນ ແລະ ສາມາດຍົກເລີກການເດີນທາງໄດ້ກ່ອນທີ່ຄົນຂັບຈະມາຮອດຈຸດຮັບ.
ໝາຍເຫດ:
ທ່ານສາມາດຈອງລົດລ່ວງໜ້າໄດ້ເຖິງ 30 ວັນ ແລະ ຍົກເລີກໄດ້ກ່ອນຄົນຂັບມາຮອດ.
ກ່ອນຮອດເວລານັດໝາຍ 15 ນາທີ, ແອັບຈະແຈ້ງເຕືອນໃຫ້ທ່ານຊາບເມື່ອມີຄົນຂັບຕອບຮັບຖ້ຽວລົດ.
ຫາກບໍ່ມີຄົນຂັບຢູ່ໃນບໍລິເວນໃກ້ຄຽງ, ແອັບຈະສົ່ງການແຈ້ງເຕືອນ - ກະລຸນາກວດສອບລ່ວງໜ້າເພື່ອຮັບປະກັນໃຫ້ການເດີນທາງຂອງທ່ານສະດວກສະບາຍ.
ລົງທະບຽນເຂົ້າຮ່ວມ
ສະມາຄົມແທັກຊີ Green SM
ພວກເຮົາຍິນດີຕ້ອນຮັບຜູ້ຂັບຂີ່ເຂົ້າຮ່ວມສະມາຄົມ Green SM Driver Partner ເພື່ອກາຍເປັນຜູ້ບຸກເບີກໃນການເຜີຍແຜ່ປະສົບການການຂັບຂີ່ດ້ວຍພະລັງງານໄຟຟ້າ ແລະ ເຜີຍແຜ່ວິຖີຊີວິດສີຂຽວໃຫ້ແກ່ຊຸມຊົນ.

ຄຳຖາມທີ່ຖືກຖາມເລື້ອຍໆ
ລາຍລະອຽດກ່ຽວກັບ Green SM



