Green Help Center - ສູນຊ່ວຍເຫຼືອຄຳປຶກສາ

Page banner
Banner icon
ການຊ່ວຍເຫຼືອ
ການຊ່ວຍເຫຼືອ
ຄົ້ນຫາ
ພວກເຮົາສາມາດຊ່ວຍຫຍັງທ່ານໄດ້ແນ່?
ຂ້ອຍໄດ້ປະສົບອຸບັດເຫດ/ເຫດການທີ່ຮ້າຍແຮງ ໃນລະຫວ່າງການເດີນທາງຂ້ອຍຄວນເຮັດແນວໃດ ເມື່ອເຫັນວ່າການເດີນທາງບໍ່ມີຄວາມປອດໄພ?ຂໍ້ມູນຄົນຂັບ ແລະ ລົດ ບໍ່ກົງກັບໃນແອັບພລິເຄຊັນຄົນຂັບມີທ່າທີທີ່ບໍ່ສຸພາບ ແລະ ມີພຶດຕິກຳຄຸກຄາມຂ້ອຍຄົນຂັບຂັບລົດບໍ່ປອດໄພຈະຈອງການເດີນທາງ(ຈອງລົດ)ໃນແອັບໄດ້ແນວໃດ?
ໝວດໝູ່
ບັນຫາທີ່ພົບເລື້ອຍໆ
1. ຄວາມປອດໄພ

ພວກເຮົາຕ້ອງຂໍອະໄພຢ່າງສູງຕໍ່ເຫດການທີ່ເກີດຂຶ້ນ. ກະລຸນາປະຕິບັດຕາມຂັ້ນຕອນລຸ່ມນີ້ ເພື່ອຄວາມປອດໄພ ແລະ ການຊ່ວຍເຫຼືອທີ່ທັນການ: ກົດປຸ່ມສຸກເສີນ (SOS) ໃນແອັບພລິເຄຊັນ Green SM ຢູ່ໜ້າຈໍການເດີນທາງຂອງທ່ານ. ໂທຫາ 195 ໃນກໍລະນີສຸກເສີນ ຫຼື ໄປຫາສະຖານທີ່ການແພດທີ່ໃກ້ທີ່ສຸດເພື່ອຮັບການປິ່ນປົວ. ຕິດຕໍ່ຕຳຫຼວດທັນທີ (ໂທ191 ) ຫຼື ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງທີ່ຮັບຜິດຊອບ. ບັນທຶກຂໍ້ມູນທີ່ສຳຄັນ ເຊັ່ນ: ເວລາ, ສະຖານທີ່ ແລະ ບຸກຄົນທີ່ກ່ຽວຂ້ອງ. ຖ້າເປັນໄປໄດ້, ກະລຸນາຖ່າຍຮູບໄວ້ເພື່ອເປັນຫຼັກຖານ. ຫາກຕ້ອງການການຊ່ວຍເຫຼືອເພີ່ມເຕີມ, ກະລຸນາຕິດຕໍ່ສາຍດ່ວນ (Hotline): ສຳລັບລູກຄ້າ: 021-988888
2. ການເດີນທາງ ແລະ ບໍລິການອື່ນໆ ຂອງ Green SM

ເພື່ອຈອງລົດຢ່າງວ່ອງໄວ, ກະລຸນາປະຕິບັດຕາມຂັ້ນຕອນລຸ່ມນີ້: ຂັ້ນຕອນທີ 1: ເລືອກຈຸດຮັບ ແລະ ຈຸດສົ່ງ: ຢູ່ໜ້າຈໍຫຼັກ, ປ້ອນຈຸດໝາຍປາຍທາງຂອງທ່ານໃນຊ່ອງ ""Destination"" (ຈຸດໝາຍປາຍທາງ) ແລະ ຢືນຢັນສະຖານທີ່ປັດຈຸບັນຂອງທ່ານໃນຊ່ອງ ""Pick-up"" (ຈຸດຮັບ), ຫຼື ໃຊ້ລະບົບ GPS ເພື່ອລະບຸຕຳແໜ່ງຂອງທ່ານໂດຍອັດຕະໂນມັດ. ຂັ້ນຕອນທີ 2: ເລືອກປະເພດພາຫະນະ: ແອັບຈະສະແດງປະເພດການບໍລິການທີ່ມີຢູ່ໃນເຂດຂອງທ່ານ. ກວດສອບລາຄາຄ່າໂດຍສານທີ່ກ່ຽວຂ້ອງ, ແລ້ວເລືອກປະເພດການບໍລິການທີ່ເໝາະສົມກັບຄວາມຕ້ອງການ ແລະ ງົບປະມານຂອງທ່ານ. ຂັ້ນຕອນທີ 3: ເລືອກວິທີການຊຳລະເງິນ ແລະ ປ້ອນລະຫັດສ່ວນຫຼຸດ (ຖ້າມີ). ຂັ້ນຕອນທີ 4: ຢືນຢັນ ແລະ ຈອງລົດ: ກວດສອບຂໍ້ມູນຈຸດຮັບ-ສົ່ງ ແລະ ປະເພດການບໍລິການຄືນອີກຄັ້ງ. ຈາກນັ້ນກົດ ""Book"" (ຈອງ) ເພື່ອສົ່ງຄຳຂໍການເດີນທາງຂອງທ່ານ. ຂັ້ນຕອນທີ 5: ລໍຖ້າການຢືນຢັນຈາກຄົນຂັບ: ແອັບຈະຄົ້ນຫາຄົນຂັບທີ່ຢູ່ໃກ້ທ່ານ ແລະ ແຈ້ງເຕືອນເມື່ອມີຄົນຂັບຕອບຮັບຖ້ຽວລົດ. ທ່ານຈະເຫັນຂໍ້ມູນລະອຽດຂອງຄົນຂັບ (ຊື່, ຮູບພາບ, ເລກທະບຽນລົດ) ແລະ ເວລາຄາດໝາຍທີ່ຄົນຂັບຈະມາຮອດຈຸດຮັບ. ຂັ້ນຕອນທີ 6: ຕິດຕໍ່ຄົນຂັບຫາກຈຳເປັນ: ທ່ານສາມາດໂທ ຫຼື ສົ່ງຂໍ້ຄວາມຫາຄົນຂັບຜ່ານແອັບພລິເຄຊັນ ເພື່ອຢືນຢັນຈຸດຮັບ ຫຼື ສອບຖາມລາຍລະອຽດອື່ນໆ. ຂັ້ນຕອນທີ 7: ຂຶ້ນລົດ ແລະ ເລີ່ມການເດີນທາງ: ເມື່ອຄົນຂັບມາຮອດ, ກະລຸນາກວດສອບຂໍ້ມູນລົດ ແລະ ຄົນຂັບໃຫ້ຖືກຕ້ອງ. ຈາກນັ້ນຂຶ້ນລົດ ແລະ ເລີ່ມການເດີນທາງໄປຫາຈຸດໝາຍປາຍທາງ. ຂັ້ນຕອນທີ 8: ການຊຳລະເງິນ ແລະ ໃຫ້ຄະແນນ: ຫຼັງຈາກຈົບການເດີນທາງ, ຄ່າໂດຍສານຈະຖືກຫັກອັດຕະໂນມັດຜ່ານວິທີການຊຳລະເງິນທີ່ທ່ານເລືອກໄວ້ ຫຼື ທ່ານສາມາດຈ່າຍເປັນເງິນສົດກໍໄດ້. ຢ່າລືມໃຫ້ຄະແນນຄົນຂັບ ແລະ ຖ້ຽວລົດ ເພື່ອຊ່ວຍປັບປຸງຄຸນນະພາບການບໍລິການໃຫ້ດີຂຶ້ນ. ການປະຕິບັດຕາມຂັ້ນຕອນເຫຼົ່ານີ້ຈະຊ່ວຍໃຫ້ທ່ານຈອງລົດໄດ້ຢ່າງສະດວກ ແລະ ວ່ອງໄວຜ່ານແອັບພລິເຄຊັນ. ໝາຍເຫດ: ເລືອກສັນຍະລັກ (i) ທີ່ຢູ່ຂ້າງຊື່ການບໍລິການ ເພື່ອເບິ່ງເງື່ອນໄຂ ແລະ ຂໍ້ກຳນົດຂອງແຕ່ລະປະເພດການບໍລິການ.
3. ຄ່າໂດຍສານ ແລະ ວິທີການຊໍາລະເງິນ

ການເພີ່ມ ຫຼື ອັບເດດວິທີຊໍາລະເງິນ ເຮັດໄດ້ງ່າຍໆ ຕາມຂັ້ນຕອນດັ່ງນີ້: ຂັ້ນຕອນ 1: ກົດ “Account” ທີ່ມຸມຂວາລຸ່ມຂອງໜ້າຈໍຫຼັກ ຂັ້ນຕອນ 2: ເລືອກ “Payment” ແລະ ເລືອກວິທີຊໍາລະເງິນທີ່ຕ້ອງການເພີ່ມ ຢູ່ໃນ “Add payment method” ຂັ້ນຕອນ 3: ໃສ່ຂໍ້ມູນທີ່ຈໍາເປັນ ແລະ ດໍາເນີນການໃຫ້ສໍາເລັດ ນອກຈາກນັ້ນ ທ່ານສາມາດເພີ່ມ ຫຼື ເລືອກວິທີຊໍາລະເງິນໃນໜ້າຈໍຈອງລົດໄດ້: ກົດໄອຄອນການຊໍາລະ ທີ່ຢູ່ເທິງໄອຄອນ Green Now ເລືອກວິທີຊໍາລະເງິນທີ່ມີຢູ່ ຫຼື ເພີ່ມໃໝ່ ຈາກ “Payment Method” ໃສ່ຂໍ້ມູນທີ່ຈໍາເປັນ ແລະ ດໍາເນີນການໃຫ້ສໍາເລັດ
4. ລະຫັດໂປຣໂມຊັນ ແລະ ສ່ວນຫຼຸດ

ເພື່ອໃຊ້ລະຫັດສ່ວນຫຼຸດ ຫຼື ໂປຣໂມຊັນ ກະລຸນາປະຕິບັດຕາມຂັ້ນຕອນດັ່ງນີ້: 1. ໃສ່ຈຸດຮັບ (Pickup) ແລະ ປາຍທາງ (Destination) ໃນໜ້າຈໍຈອງລົດ 2. ເລືອກປະເພດບໍລິການ 3.ກົດ “Promotion” ທີ່ຢູ່ເທິງປຸ່ມ “Book” ແລະ ປ້ອນລະຫັດ 4. ກວດເບິ່ງລາຄາຫຼັງຫັກສ່ວນຫຼຸດ ແລະ ເລືອກວິທີຊໍາລະ 5. ກົດ “Book” ເພື່ອເລີ່ມການເດີນທາງກັບ Green SM ຄົ້ນຫາໂປຣໂມຊັນພິເສດອື່ນໆ ໄດ້ທີ່ໄອຄອນ Notification ຫຼື ໜ້າຫຼັກໃນແອັບ
5. ບັນຊີ ແລະ ຄວາມປອດໄພຂໍ້ມູນສ່ວນບຸກຄົນ

ພື່ອລົງທະບຽນບັນຊີ Green SM ກະລຸນາປະຕິບັດຕາມຂັ້ນຕອນດັ່ງນີ້: 1.ດາວໂຫຼດແອັບ Green SM ຈາກ Google Play Store ຫຼື App Store 2.ເປີດແອັບ ແລະ ໃສ່ເບີໂທຂອງທ່ານ ແລ້ວກົດ “Continue” 3.ໃສ່ລະຫັດ OTP ທີ່ສົ່ງຜ່ານ SMS ຫຼື Viber ຈາກ Green SM 4. ໃສ່ຊື່ ແລະ ຂໍ້ມູນອື່ນໆ (Email, ລະຫັດແນະນໍາ ຖ້າມີ) 5. ຕັ້ງລະຫັດຜ່ານ ແລະ ເລີ່ມໃຊ້ງານ Green SM ພວກເຮົາຂໍໃຫ້ທ່ານມີປະສົບການທີ່ດີກັບ Green SM!
6. ແອັບພິເຄຊັນ

ຂັ້ນຕອນແກ້ໄຂບັນຫາແອັບ Green SM: 1. ກວດສອບການເຊື່ອມຕໍ່ເນັດ: ລອງເຂົ້າເວັບໄຊຜ່ານ browser. ຖ້າບໍ່ສາມາດໃຊ້ເນັດໄດ້ ອາດມີບັນຫາເຄືອຂ່າຍ ໃຫ້ຕິດຕໍ່ຜູ້ໃຫ້ບໍລິການເນັດ 2. ອັບເດດແອັບ: ໃຫ້ແນ່ໃຈວ່າແອັບ Green SM ເປັນເວີຊັນຫຼ້າສຸດ ຜ່ານ Google Play Store (Android) ຫຼື App Store (iOS) 3. ປິດແອັບ ແລະ ເປີດໃໝ່: ປິດແອັບແລ້ວເປີດຄືນ ຫາກຈໍາເປັນ ໃຫ້ restart ໂທລະສັບ 4. ຕິດຕໍ່ Green SM: ຖ້າຍັງພົບບັນຫາ ຫຼັງຈາກປະຕິບັດຂ້າງເທິງ ກະລຸນາຕິດຕໍ່ Green SM ເພື່ອຂໍຄວາມຊ່ວຍເຫຼືອ ແລະ ແນບຮູບ screenshot ຂໍ້ຜິດພາດເພື່ອຊ່ວຍໃຫ້ແກ້ໄຂໄດ້ໄວຂຶ້ນ
ຖ້າທ່ານຕ້ອງການການຊ່ວຍເຫຼືອ ກະລຸນາຕິດຕໍ່ສູນ ຊ່ວຍເຫຼືອໃນໝວດບັນຊີເທິງແອັບ
1. ເລືອກ ບັນຊີ ຢູ່ແຖບນໍາທາງ ແລະ ເລືອກ ສູນຊ່ວຍເຫຼືອ
Support method
2. ທ່ານສາມາດສົ່ງອີເມວ ຫຼື ໂທຫາສາຍດ່ວນ Green SM ເພື່ອຮັບການຊ່ວຍເຫຼືອໄດ້ທັນທີ
Support method
ດາວໂຫຼດແອັບ Green SM
ປະສົບການທີ່ສະດວກສະບາຍ
ພ້ອມສ່ວນຫຼຸດຫຼາຍຂຶ້ນ
Download app qrcode
ດາວໂຫລດແອັບ
ດາວໂຫລດແອັບ
XanhSM Sole Co., Ltd
ສາຍດ່ວນ: 021 988 888
ອີເມວບໍລິສັດ: support.la@greensm.com
ຖະໜົນໄກສອນພົມວິຫານ,ບ້ານພະຂາວ,ໄຊທານີ,ນະຄອນຫຼວງວຽງຈັນ
ຊັບພະສົງທັງໝົດ
FacebookLinkedIn
© 2026 Green SM. ສະຫງວນລິຂະສິດທຸກປະການ. | ຂໍ້ກຳນົດ ແລະ ກົດໝາຍ | ນະໂຍບາຍຄວາມເປັນສ່ວນຕົວ | ການຕັ້ງຄ່າ Cookies
google play
apple store
ສະແກນເພື່ອດາວໂຫລດແອັບ
Download app qrcode
Download app qrcode