12/12/2023 18:22

ການພິຈາລະນາອາຊີບຂັບລົດແທັກຊີ: ສິ່ງສໍາຄັນທີ່ຄວນພິຈາລະນາສໍາລັບຜູ້ປະກອບອາຊີບ

ຄົນຂັບລົດແທັກຊີ ເປັນອາຊີບທີ່ນິຍົມຫຼາຍ, ຂັບເຄື່ອນດ້ວຍຄວາມຕ້ອງການໃນປະລິມານທີ່ສູງ ແລະ ມີການເປີດຮັບສະໝັກພະນັກງານຢ່າງຕໍ່ເນື່ອງ. ການພິຈາລະນາຂໍ້ດີ ແລະ ຂໍ້ເສຍທີ່ກ່ຽວຂ້ອງກັບໜ້າວຽກຖືເປັນສິ່ງສໍາຄັນ ເພື່ອປະເມີນຄວາມເປັນໄປໄດ້ໃນການຄັດເລືອກອາຊີບຄົນຂັບລົດແທັກຊີ.

ສໍາລັບຜູ້ທີ່ຍັງບໍ່ລຶ້ງເຄີຍກັບຂໍ້ກໍານົດໃນການເປັນພະນັກງານຂັບລົດແທັກຊີ, ບົດຄວາມນີ້ຈະຊ່ວຍສະໜອງຂໍ້ມູນທີ່ຈໍາເປັນ ເພື່ອໃຊ້ເປັນແນວທາງແກ່ບຸກຄົນທີ່ຕ້ອງການປະກອບອາຊີບດັ່ງກ່າວ.

ອີງໃສ່ຄວາມຕ້ອງການດ້ານບໍລິການຂົນສົ່ງທີ່ເພີ່ມຂຶ້ນ ຄຽງຄູ່ກັບການພັດທະນາຢ່າງວ່ອງໄວໃນວຽກງານຂົນສົ່ງສາທາລະນະ ໂດຍສະເພາະກໍແມ່ນບໍລິການແທັກຊີ, ເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງໂອກາດໃນການມີວຽກເຮັດງານທໍາທີ່ກວ້າງຂວາງ ໃນອຸດສາຫະກໍາຂົນສົ່ງ.

ໃນການຂັບລົດແທັກຊີ ມີຄວາມກ່ຽວຂ້ອງກັບການນໍາໃຊ້ຍານພາຫະນະ ເພື່ອຂົນສົ່ງຜູ້ໂດຍສານ ໂດຍລວມເອົາກິດຈະກໍາຕ່າງໆ ເຊັ່ນ ການຮັບ-ສົ່ງຜູ້ໂດຍສານ, ຮັບປະກັນການໃຊ້ງານຂອງລົດຢ່າງປອດໄພ, ຮັກສາຄວາມສະອາດ ແລະ ມີອຸປະກອນຈໍາເປັນໄວ້ໃນລົດ.

ໃນການເລີ່ມຕົ້ນເຮັດອາຊີບນີ້, ທ່ານຜູ້ອ່ານຈໍາເປັນຕ້ອງໄດ້ທໍາຄວາມເຂົ້າໃຈກ່ຽວກັບຂໍ້ກໍານົດເບື້ອງຕົ້ນໃນການຂັບລົດແທັກຊີ. ເຖິງແມ່ນວ່າ ການຂັບແທັກຊີຈະໄດ້ຮັບຄວາມນິຍົມໃນຫວຽດນາມ, ແຕ່ຜູ້ຄົນຈໍານວນຫຼາຍຍັງຕ້ອງຄິດທົບທວນວ່າ ການປະກອບອາຊີບເປັນພະນັກງານ ຂັບລົດແທັກຊີ ເປັນທາງເລືອກທີ່ຖືກຕ້ອງ ຫຼື ບໍ່. ທ່ານຜູ້ອ່ານຈະຕ້ອງໄດ້ວິເຄາະປະເດັນ ແລະ ຂໍ້ມູນທີ່ນໍາສະເໜີໃນບົດຄວາມນີ້ຢ່າງລະອຽດຮອບຄອບເພື່ອຊອກຫາຄໍາຕອບ.

1. ພວກເຮົາຄວນປະກອບອາຊີບຂັບລົດແທັກຊີ ຫຼື ບໍ່?

1.1. ຂໍ້ດີ

ເນື່ອງຈາກເປັນອາຊີບທີ່ນິຍົມຫຼາຍໃນຫວຽດນາມ, ອາຊີບຂັບລົດແທັກຊີຈິ່ງມີຂໍ້ດີບາງຢ່າງ ຄື:

· ອາຊີບຂັບລົດແທັກຊີ ຊ່ວຍໃຫ້ບຸກຄົນເຮັດວຽກໄດ້ຢ່າງມີອິດສະຫຼະ ທັງສາມາດຈັດການຕາຕະລາງເວລາ ແລະ ເສັ້ນທາງຂອງຕົນໄດ້.

· ຄົນຂັບແທັກຊີສາມາດຈັດແບ່ງຊົ່ວໂມງຂັບລົດໄດ້ຕາມຄວາມຕ້ອງການເຮັດໃຫ້ສາມາດຄວບຄຸມຕາຕະລາງເວລາໄດ້ໃນລະດັບດີ.

· ອາຊີບຂັບລົດແທັກຊີ ບໍ່ຈໍາເປັນຕ້ອງມີລະດັບການສຶກສາສູງ.

· ຄົນຂັບແທັກຊີສາມາດເຮັດວຽກໄດ້ຕາມສະຖານທີ່ຕ່າງໆ ແລະ ໃຫ້ບໍລິການປະເພດຕ່າງໆ ທີ່ໃຫ້ໂອກາດໃນການເຮັດວຽກທີ່ກວ້າງຂວາງ.

· ຄົນຂັບແທັກຊີສາມາດສ້າງລາຍຮັບທີ່ໝັ້ນຄົງໄດ້ ເນື່ອງຈາກມີຊົ່ວໂມງເຮັດວຽກປົກກະຕິ.

1.2. ຂໍ້ເສຍ

ເຖິງແມ່ນຈະມີຂໍ້ໄດ້ປຽບ, ແຕ່ອາຊີບຂັບລົດແທັກຊີ ກໍມີຂໍ້ທີ່ຄວນພິຈາລະນາເປັນພິເສດຄື:

· ຄົນຂັບແທັກຊີ ໂດຍສະເພາະຜູ້ທີ່ເດີນທາງໄລຍະໄກ ຫຼື ເຮັດວຽກໃນຍາມກາງຄືນ ອາດປະເຊີນກັບຊົ່ວໂມງເຮັດວຽກທີ່ຍາວນານຂຶ້ນ.

· ອາຊີບຂັບລົດແທັກຊີຕ້ອງມີລະບຽບວິໄນສູງ ເນື່ອງຄົນຂັບຕ້ອງປະຕິບັດຕາມກົດຈາລະຈອນ ແລະ ຈັດການຕາຕະລາງເວລາຢ່າງມີປະສິດທິພາບ.

· ໜ້າວຽກມີຄວາມກົດດັນ ເນື່ອງຈາກວ່າຄົນຂັບຈໍາເປັນຕ້ອງປະຕິບັດຕາມຄວາມຕ້ອງການຂອງລູກຄ້າ ແລະ ຮັບປະກັນດ້ານຄວາມປອດໄພໃນລະຫວ່າງການຂົນສົ່ງ ເຊິ່ງບາງຄັ້ງກໍພາໃຫ້ເກີດຄວາມກົດດັນ ແລະ ຫິວນອນ ໂດຍສະເພາະໃນກະກາງຄືນ.

· ຄົນຂັບແທັກຊີຈໍາເປັນຕ້ອງມີທັກສະໃນການສື່ສານທີ່ເກັ່ງ ໃນການມີສ່ວນຮ່ວມກັບຜູ້ໂດຍສານ, ສ້າງບັນຍາກາດທີ່ໜ້າປະທັບໃຈໃນລະຫວ່າງເດີນທາງ ແລະ ສາມາດຮັບມືກັບຄວາມຕ້ອງການຂອງລູກຄ້າໄດ້.

2. ຂໍ້ກໍານົດສໍາລັບຄົນຂັບແທັກຊີ

ທຸກອາຊີບລ້ວນແຕ່ມີຂໍ້ກໍານົດສະເພາະກ່ຽວກັບການສຶກສາ, ທັກສະ, ປະສົບການ ແລະ ລັກສະນະບຸກຄະລິກກະພາບທີ່ເໝາະສົມ. ເພື່ອປະຕິບັດຕາມຂໍ້ກໍານົດເຫຼົ່ານີ້, ຜູ້ສະໝັກຈະຕ້ອງກະກຽມຄວາມພ້ອມໃຫ້ພຽງພໍ ແລະ ຜ່ານການຝຶກອົບຮົມທີ່ກ່ຽວຂ້ອງ ກ່ອນຈະເລີ່ມຕົ້ນເຮັດວຽກເປັນພະນັກງານຂັບລົດແທັກຊີ. ຂໍ້ກໍານົດເບື້ອງຕົ້ນທີ່ສໍາຄັນ ປະກອບມີດັ່ງຕໍ່ໄປນີ້:

2.1. ມີໃບຂັບຂີ່

ສໍາລັບອາຊີບຂັບລົດແທັກຊີ, ການທີ່ມີໃບຂັບຂີ່ຖືເປັນຂໍ້ກໍານົດພື້ນຖານ. ໃບຂັບຂີ່ດັ່ງກ່າວ ມີຄວາມຈໍາເປັນສໍາລັບການລົງທະບຽນຜູ້ຂັບຂີ່ ແລະ ຊ່ວຍຮັບປະກັນວ່າ ບຸກຄົນດັ່ງກ່າວສາມາດມີສ່ວນຮ່ວມໃນການຈະລາຈອນຢ່າງປອດໄພ ເຊິ່ງເປັນການກວດສອບຄວາມສາມາດໃນການຂັບຂີ່ຂອງຕົນ.

2.2. ໃບອະນຸຍາດຂັບລົດແທັກຊີ

ການມີໃບຢັ້ງຢືນວິຊາຊີບຄົນຂັບລົດແທັກຊີຢ່າງມືອາຊີບຖືເປັນສິ່ງສໍາຄັນ ກ່ອນຈະກາຍເປັນພະນັກງານຂັບແທັກຊີຢ່າງເປັນທາງການ. ໃບຢັ້ງຢືນດັ່ງກ່າວອອກໃຫ້ໂດຍບໍລິສັດຈ້າງງານ ເຊິ່ງອອກໃຫ້ໃນຊ່ວງການຈ້າງງານ ແລະ ອາດຖືກຍົກເລີກໄດ້ ຫາກຜູ້ຂັບຂີ່ໄດ້ຍົກເລີກສັນຍາຈ້າງງານ.

ການກວດສອບເອກະສານ ເຫຼົ່ານີ້ ຖືເປັນຂໍ້ກໍານົດທີ່ບັງຄັບໃຊ້ ໂດຍສະເພາະໃນກໍລະນີເກີດອຸບັດເຫດທາງຖະໜົນ, ເຊິ່ງເຈົ້າໜ້າທີ່ຕໍາຫຼວດ ຈະລາຈອນຈະກວດສອບ ໃບຢັ້ງຢືນວິຊາຊີບ ຄົນຂັບລົດແທັກຊີເປັນປະຈໍາ. ໃບຢັ້ງຢືນນີ້ ເຮັດໜ້າທີ່ເປັນ “ບັດເດີນທາງ” ຂອງຜູ້ຂັບຂີ່ໃນລະຫວ່າງການເຮັດວຽກ.

2.3. ປະສົບການໃນການຂັບຂີ່ທີ່ປອດໄພ

ພະແນກຈັດຫາງານຂອງບໍລິສັດແທັກຊີມັກຈະປະເມີນຜູ້ສະໝັກງານ ຕາມປະສົບການການຂັບຂີ່ຂອງພວກເຂົາ. ຫຼັກເກນນີ້ມີຄວາມສໍາຄັນ ເນື່ອງຈາກຜູ້ຂັບຂີ່ທີ່ມີປະສົບການສາມາດສະແດງໃຫ້ເຫັນເຖິງທັກສະໃນການແກ້ບັນຫາຢ່າງມີປະສິດທິພາບ ແລະ ມີວິທີການປະຕິບັດໃນການຂັບຂີ່ທີ່ປອດໄພຫຼາຍຂຶ້ນ.

ຜູ້ຂັບຂີ່ທີ່ມີປະສົບການຂັບລົດ 2 ປີຂຶ້ນໄປ ຫຼື 1,000 ຊົ່ວໂມງຂຶ້ນໄປ ອາດຈະໄດ້ຮັບເງິນເດືອນສູງຂຶ້ນ, ເຊິ່ງສະທ້ອນ ໃຫ້ເຫັນເຖິງຄວາມຊໍານານ ທີ່ສະສົມມາ ແລະ ອໍານວຍຄວາມສະດວກໃນການຕໍ່ລອງເລື່ອງເງິນເດືອນໄດ້.

2.4. ມີທັກສະໃນການແກ້ໄຂບັນຫາຢ່າງມີປະສິດທິພາບ

ເນື່ອງຈາກ ລັກສະນະຂອງການມີສ່ວນຮ່ວມ ໃນການເດີນທາງຢ່າງຕໍ່ເນື່ອງ, ໂດຍສະເພາະ ໃນສະພາບການສັນຈອນແອອັດ, ການມີທັກສະໃນການແກ້ໄຂບັນຫາຢ່າງມີປະສິດທິພາບຈິ່ງມີຄວາມຈໍາເປັນສໍາລັບພະນັກງານຂັບແທັກຊີ. ພວກເຂົາຈໍາເປັນຕ້ອງໄດ້ຮັບມືກັບສະຖານະການຢ່າງທັນເວລາ ໃນກໍລະນີຫາກເກີດອຸບັດເຫດ ຫຼື ລົດຕໍາກັນໂດຍບັງເອີນ ເພື່ອຫຼີກລ່ຽງບໍ່ໃຫ້ການເດີນທາງຢຸດສະຫງັກ.

2.5. ປະຕິບັດຕາມມາດຕະຖານດ້ານສຸຂະພາບ

ເນື່ອງຈາກ ຄວາມແຂ່ງຂັນໃນການເຮັດວຽກສູງ ແລະ ຕໍ່ເນື່ອງ ໂດຍສະເພາະກໍແມ່ນກະກາງຄືນ, ຄົນຂັບແທັກຊີທຸກຄົນຈິ່ງຕ້ອງມີຄຸນສົມບັດສອດຄ່ອງຕາມມາດຕະຖານດ້ານສຸຂະພາບທີ່ກະຊວງສາທາລະນະສຸກກໍານົດໄວ້ ຈິ່ງຈະສາມາດຂັບລົດແທັກຊີໄດ້ຢ່າງເປັນມືອາຊີບ.

2.6. ມີຄວາມຮູ້ທາງພູມມີສາດ

ເພື່ອເຮັດໃຫ້ການເດີນທາງມີຄວາມສະດວກສະບາຍ ແລະ ວ່ອງໄວ, ຄົນຂັບລົດແທັກຊີຈະຕ້ອງມີຄວາມຄຸ້ນເຄີຍກັບເສັ້ນທາງ, ທາງລັດ ແລະ ເສັ້ນທາງລົດທີ່ມີຄວາມແອອັດໜ້ອຍ. ການນໍາໃຊ້ແອັບນໍາທາງພຽງຢ່າງດຽວ ອາດຈະບໍ່ສາມາດປັບເສັ້ນທາງ ແລະ ໄລຍະເວລາໃນການເດີນທາງໃຫ້ເໝາະສົມກັບຜູ້ໂດຍສານໄດ້.

2.7. ມີທັດສະນະຄະຕິທີ່ເປັນມິດ ແລະ ເປັນປະໂຫຍດຕໍ່ລູກຄ້າ

ການໃຫ້ຄວາມສໍາຄັນກັບປະສົບການຂອງລູກຄ້າແມ່ນມີຄວາມສໍາຄັນຫຼາຍໃນອຸດສາຫະກໍາການບໍລິການ, ແລະ ອາຊີບຂັບແທັກຊີກໍເຊັ່ນກັນ. ຜູ້ຂັບຂີ່ຈໍາເປັນຕ້ອງມີສ່ວນຮ່ວມໃນການສົນທະນາ, ສ້າງບັນຍາກາດຜ່ອນຄາຍໃນລະຫວ່າງການເດີນທາງ ແລະ ຊ່ວຍເຫຼືອຜູ້ໂດຍສານໃນເລື່ອງກະເປົາເດີນທາງ ຫຼື ຊີ້ນໍາເສັ້ນທາງ.

ການສະໝັກເປັນຫຸ້ນສ່ວນຄົນຂັບແທັກຊີ GREEN SM

3.1. ຜົນປະໂຫຍດຂອງການເປັນພະນັກງານຂັບລົດແທັກຊີ GREEN SM

ການເປັນພະນັກງານຂັບລົດແທັກຊີ GREEN SM, ໄດ້ມອບສິດຜົນປະໂຫຍດທີ່ໜ້າສົນໃຈຫຼາຍຢ່າງ. ເຊິ່ງສິດຜົນປະໂຫຍດເຫຼົ່ານີ້ປະກອບມີ:

ເງິນເດືອນຄົງທີ່ສູງສຸດເຖິງ 11 ລ້ານກີບ, ໃນນີ້ລວມມີປະກັນສັງຄົມ, ປະກັນສຸຂະພາບ ແລະ ປະກັນການວ່າງງານຕາມກົດໝາຍ.

ໄດ້ຮັບການກວດສຸຂະພາບປະຈໍາປີ ແລະ ການຝຶກອົບຮົມຢ່າງເປັນທາງການ ໃນຂະແໜງການຂົນສົ່ງ.

ໄດ້ຮັບຄໍາແນະນໍາໃນການພັດທະນາອາຊີບທີ່ຈະແຈ້ງ ເຊິ່ງໄດ້ດັດປັບໃຫ້ແທດເໝາະກັບຜູ້ຂັບຂີ່ແຕ່ລະຄົນ.

ສໍາລັບຜູ້ຂັບຂີ່ທີ່ບໍ່ມີລົດສ່ວນຕົວ, ແທັກຊີ Green SM ຈະໄດ້ສະໜອງລົດໄຟຟ້າສໍາລັບການໃຊ້ງານລະດັບມືອາຊີບ. ໃນສ່ວນທີ່ກ່ຽວຂ້ອງກັບພາຫະນະ, ຜູ້ຂັບຂີ່ອາດຈະໄດ້ຮັບລົດສະເພາະ ຫຼື ໃຊ້ຮ່ວມກັບຜູ້ຂັບຂີ່ຄົນອື່ນ.

3.2. ຂໍ້ກໍານົດສໍາລັບພະນັກງານຂັບແທັກຊີ GREEN SM

ຖ້າຕ້ອງການເຂົ້າຮ່ວມຊຸມຊົນຄົນຂັບແທັກຊີ Green SM, ບຸກຄົນດັ່ງກ່າວຈະຕ້ອງມີຄຸນສົມບັດສອດຄ່ອງຕາມຂໍ້ກໍານົດເພາະຄື:

– ຕ້ອງມີໃບຂັບຂີ່ລົດຍົນ.

– ຕ້ອງມີອາຍຸລະຫວ່າງ 22 ຫາ 55 ປີ.

– ບໍ່ມີຮອຍສັກລາຍ.

– ມີຈິດໃຈມັກຮັກໃນດ້ານການບໍລິການສູງ ແລະ ມີຄວາມມຸ່ງຫວັງທີ່ຈະເຮັດວຽກໃນສະພາບແວດລ້ອມແບບມືອາຊີບ.

– ມີຄວາມຊໍານານດ້ານການໃຊ້ເສັ້ນທາງ ແລະ ການໃຊ້ແອັບນໍາທາງ.

ນອກຈາກນີ້ຜູ້ສະໝັກທີ່ມີຄຸນສົມບັດສອດຄ່ອງຕາມຂໍ້ກໍານົດເພີ່ມເຕີມແມ່ນຈະໄດ້ຮັບພິຈາລະນາເປັນພິເສດ:

– ມີປະສົບການໃນການຂັບລົດ 1 ປີຂຶ້ນໄປ ໂດຍເຄີຍເຮັດວຽກກັບບໍລິສັດເຕັກໂນໂລຢີ, ບໍລິການແທັກຊີແບບດັ້ງເດີມ ຫຼື ມີອາຊີບຂັບລົດຕາມສັນຍາ.

– ບໍ່ເຄີຍມີປະຫວັດຕ້ອງໂທດ ຫຼື ກໍ່ອາຊະຍາກໍາ.

– ມີສຸຂະພາບແຂງແຮງເຊິ່ງສອດຄ່ອງຕາມຂໍ້ກໍານົດດ້ານສຸຂະພາບຂອງກະຊວງສາທາລະນະສຸກ.

– ມີຄວາມມັກຮັກໃນໜ້າທີ່.

ໂພສຫຼ້າສຸດ
LAOS_1200x675
14 March 2026
Green SM ຫຼຸດ 10% ໃນ ສປປ ລາວ ຕັ້ງແຕ່ 11/03 ຫາ 31/03/2026

ເພື່ອມອບທາງເລືອກການເດີນທາງທີ່ປະຢັດ ເປັນມິດກັບສິ່ງແວດລ້ອມ ແລະ ຊ່ວຍສົ່ງເສີມແນວໂນ້ມການຂົນສົ່ງສີຂຽວ, ບໍລິການ Green SM ໄດ້ເປີດຕົວໂປຣໂມຊັນ ຫຼຸດຄ່າໂດຍສາຍ 10% ສຳລັບລູກຄ້າໃນ ສປປລາວ ໂປຣໂມຊັນນີ້ນຳໃຊ້ຕັ້ງແຕ່ວັນທີ 11/03 ຫາ 31/03/2026, ເພື່ອໃຫ້ຜູ້ໃຊ້ບໍລິການມີໂອກາດສຳຜັດປະສົບການເດີນທາງດ້ວຍ ລົດໄຟຟ້າທັນສະໄໝ ໃນລາຄາທີ່ປະຢັດຫຼາຍຂຶ້ນ. ຂໍ້ມູນລາຍການ ສ່ວນຫຼຸດຄ່າໂດຍສານ: ຫຼຸດ 10%ຜູ້ມີສິດໄດ້ຮັບ: ລູກຄ້າທີ່ໃຊ້ບໍລິການ Green SM ໃນສປປລາວໄລຍະເວລານຳໃຊ້: 11/03/2026 – 31/03/2026 ຮ່ວມຂັບເຄື່ອນແຄມເປນ “Trade Gas for Electric” ໂປຣໂມຊັນຂອງ Green SM ເປັນສ່ວນໜຶ່ງຂອງແຄມເປນ “Trade Gas for Electric” ທີ່ດຳເນີນໂດຍ Vingroup ເພື່ອສົ່ງເສີມໃຫ້ຜູ້ໃຊ້ຫັນມາໃຊ້ພາຫະນະທີ່ໃຊ້ພະລັງງານໄຟຟ້າ. ແຄມເປນນີ້ເກີດຂຶ້ນໃນຂະນະທີ່ລາຄານ້ຳມັນໃນຕະຫຼາດໂລກມີຄວາມຜັນແປ ເຊິ່ງສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍໃນຊີວິດປະຈຳວັນ ແລະ ການເດີນທາງຂອງປະຊາຊົນ. ນອກຈາກສ່ວນຫຼຸດສຳລັບລູກຄ້າທີ່ປ່ຽນຈາກລົດນ້ຳມັນໄປເປັນລົດໄຟຟ້າ VinFast, ລາຍການສ່ວນຫຼຸດຄ່າໂດຍສານຂອງ Green SM […]

Signing ceremony between Green SM and the Vietnam Business Association in Laos (AVILA)
04 December 2025
Green SM ໄດ້ລົງນາມເຊັນສັນຍາຮ່ວມມືເຊີງຍຸດທະສາດ ກັບສະມາຄົມນັກທຸລະກິດຫວຽດນາມ ປະຈຳລາວ (AVILA) ຂະຫຍາຍທາງເລືອກໃນການເດີນທາງສີຂຽວໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 4 ທັນວາ 2025 – ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນສໍາລັບຮູບແບບການຂົນສົ່ງທີ່ປອດໄພ, ມີຄວາມໂປ່ງໃສ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໃນກຸ່ມນັກທຸລະກິດທີ່ກຳລັງທີ່ປະກອບການຢູ່ ສປປ ລາວ, Green SM ລາວ ໄດ້ລົງນາມຂໍ້ຕົກລົງຮ່ວມມືເຊີງຍຸດທະສາດກັບສະມາຄົມນັກທຸລະກິດຫວຽດນາມຢູ່ລາວ (AVILA). ເຊິ່ງງານໃນຄັ້ງນີ້ ເປັນຂີດໝາຍແຫ່ງຄວາມກ້າວໜ້າທີ່ສຳຄັນໃນການຂະຫຍາຍທາງເລືອກການຂົນສົ່ງສີຂຽວໃນນະຄອນຫຼວງວຽງຈັນ ແລະ ພື້ນທີ່ໃກ້ຄຽງ, ເຊິ່ງສອດຄ່ອງກັບທິດທາງການພັດທະນາທີ່ຍືນຍົງທີ່ລັດຖະບານລາວກໍາລັງສົ່ງເສີມ ແລະ ຜັກດັນ. ຕາມການຕົກລົງ, ບໍລິສັດ Green SM ລາວ ຈະສະໜອງບໍລິການຂົນສົ່ງໂດຍສານດ້ວຍລົດໄຟຟ້າ ທີ່ຖືກອອກແບບໃຫ້ເໝາະສົມກັບຮູບແບບການໃຊ້ງານຂອງວິສາຫະກິດ, ລວມມີ Green SM Taxi, ບໍລິການຮັບ – ສົ່ງສະໜາມບິນ Green SM Airport ແລະ ແພັກເກັດບໍລິການເພື່ອໄປອອກງານ, ອອກເທດສະການຕ່າງໆ ຫຼື ຕາມຄວາມຕ້ອງການໃຊ້ຕົວຈິງ.ໄປພ້ອມກັນນັ້ນແມ່ນລະບົບຄຸ້ມຄອງການຂົນສົ່ງສຳລັບວິສາຫະກິດ ທີ່ຊ່ວຍໃຫ້ສາມາດຕິດຕາມເສັ້ນທາງເດີນທາງ, ເຮັດລາຍງານປະຈຳໄຕມາດ ແລະ ປະຢັດຄ່າໃຊ້ຈ່າຍການຂົນສົ່ງໂດຍສານ. ແນວທາງເຫຼົ່ານີ້ ມຸ້ງໝາຍເພື່ອຊ່ວຍໃຫ້ວິສາຫະກິດຍົກລະດັບປະສິດທິພາບໃນການດຳເນີນທຸລະກິດ ແລະ ພັດທະນາປະສົບການ […]

thumb-xanhnow-lao
11 November 2025
ຄູ່ມືການນໍາໃຊ້ XanhNow ໃນແອັບ Green SM

ຖ້າທ່ານເຫັນລົດໄຟຟ້າ Green SM ທີ່ກໍາລັງວ່າງຢູ່ຕໍ່ໜ້າ ແລະມີຄວາມປາດຖະນາຈະເດີນທາງໃນທັນທີ ໂດຍບໍ່ຈໍາເປັນຈອງຜ່ານແອັບ Green SM ຫຼື ລໍຖ້າລະບົບຈັບຄູ່, XanhNow ແມ່ນຄໍາຕອບທີ່ເໝາະສົມ.  ດ້ວຍ XanhNow, ຜູ້ໃຊ້ສາມາດເລືອກລົດ Green SM ທີ່ຢູ່ໃກ້ທີ່ສຸດດ້ວຍຂັ້ນຕອນງ່າຍໆ ຄ້າຍກັບການໂທເອົາແທັກຊີດັ້ງເດີມ ແຕ່ມີຄວາມໂປ່ງໃສດ້ານລາຄາ ມີຄຸນນະພາບການບໍລິການ ແລະ ມີຄວາມປອດໄພໃນການຊໍາລະເງິນ.  ບໍລິການ XanhNow ແມ່ນຮູບແບບ “ຈອງ – ຊໍາລະກ່ອນ – ເດີນທາງທັນທີ” ເພື່ອອໍານວຍຄວາມສະດວກ ແລະ ປະສົບການເດີນທາງທີ່ທັນສະໄຫມ ແລະ ເປັນມິດກັບສິ່ງແວດລ້ອມ.  ວິທີນໍາໃຊ້ XanhNow ໃນແອັບ Green SM  XanhNow ເປັນຟັງຊັນທີ່ຊ່ວຍໃຫ້ຜູ້ໃຊ້ສາມາດເຊື່ອມຕໍ່ໂດຍກົງກັບຄົນຂັບທີ່ຕ້ອງການ ຜ່ານຂັ້ນຕອນທີ່ງ່າຍດາຍ.  ຂັ້ນຕອນ 1: ເປີດແອັບ Green SM ແລະ ເລືອກຈຸດຮັບ – ຈຸດໝາຍ  ໃນໜ້າຫຼັກ ກະລຸນາກອກຂໍ້ມູນສະຖານທີ່ປາຍທາງຕາມຄວາມຕ້ອງການ.  […]

GREEN SM ແຈ້ງການຢຸດໃຫ້ບໍລິການທີ່ວັງວຽງ
30 July 2025
GREEN SM ແຈ້ງການຢຸດໃຫ້ບໍລິການທີ່ວັງວຽງ

ວັນທີ 30 ເດືອນກໍລະກົດ 2025 – Green SM ຂໍແຈ້ງຢ່າງເປັນທາງການວ່າ ບໍລິສັດຈະຢຸດໃຫ້ບໍລິການຢູ່ໃນເຂດພື້ນທີ່ວັງວຽງ ປະເທດລາວ ຕັ້ງແຕ່ວັນທີ 31/7/2025 ເປັນຕົ້ນໄປ ຂໍຕົກລົງນີ້ເປັນສ່ວນໜຶ່ງໃນຄົງການທົດສອບແລະປັບປຸງການບໍລິການໃຫ້ມີປະສິດທິພາບ ແລະ ໂດຍມຸ່ງເນັ້ນໃຫ້ຢ່າງມີປະສິດທິຜົນ ໃນຕະຫຼາດນະຄອນວຽງຈັນ ເຊິ່ງເປັນພື້ນທີ່ທີ່ກໍາລັງສະແດງໃຫ້ເຫັນຖຶງການເຕີບໂຕຢ່າງສູງຂອງຕະຫລາດ, ສະນັ້ນ ລົດ Green SM ທີ່ປະຈຳຢູ່ເມືອງວັງວຽງ ຈະຖືກປັບປ່ຽນໄປປະຈຳຢູ່ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ໃນການຕອບສະໜອງຄວາມຕ້ອງການດ້ານການເດີນທາງທີ່ຍືນຍົງ ແລະເພື່ອໃຫ້ບໍລິການຢູ່ໃນລະດັບສູງສຸດແກ່ລູກຄ້າ. Green SM ໄດ້ສັນຍາວ່າຈະສືບຕໍ່ພັດທະນາການເດີນທາງທີ່ຍືນຍົງໃນບັນດາໂຕເມືອງແລະໃນພື້ນທີ່, ມຸ່ງໜ້າໄປສູ່ເປົ້າໝາຍໃນການຫຼຸດຜ່ອນການປ່ອຍມົນລະພິດ, ປົກປັກຮັກສາສິ່ງແວດລ້ອມ ແລະຍົກລະດັບຜູ້ໃຊ້ບໍລິການ. ເພື່ອໄດ້ຮັບການຊ່ວຍເຫຼືອ ແລະຄໍາແນະນໍາຂໍ້ມູນຕ່າງໆ, ຂໍຄວາມກະລຸນາຈາກລູກຄ້າຕິດຕໍ່ຜ່ານເບີໂທລະສັບສາຍດ່ວນ: 021 988888 Green SM ຂໍຂອບໃຈທ່ານຢ່າງສູງ

XanhSM Sole Co., Ltd
ສາຍດ່ວນ: 021 988 888
ອີເມວບໍລິສັດ: support.la@greensm.com
ຖະໜົນໄກສອນພົມວິຫານ,ບ້ານພະຂາວ,ໄຊທານີ,ນະຄອນຫຼວງວຽງຈັນ
ຊັບພະສົງທັງໝົດ
FacebookLinkedIn
© 2026 Green SM. ສະຫງວນລິຂະສິດທຸກປະການ. | ຂໍ້ກຳນົດ ແລະ ກົດໝາຍ | ນະໂຍບາຍຄວາມເປັນສ່ວນຕົວ | ການຕັ້ງຄ່າ Cookies
google play
apple store
ສະແກນເພື່ອດາວໂຫລດແອັບ
Download app qrcode
Download app qrcode