11/11/2026 08:42
ໃໝ່

ນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ສິດທິຜົນປະໂຫຍດທີ່ນ່າສົນໃຈສຳລັບໂຊເຟີແທັກຊີ່ Green SM Vientiane

ຄົ້ນພົບກັບນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ໂຄງການສະໜັບສະໜູນໂຊເຟີ Green SM ຢູ່ ວຽງຈັນ: ເງິນເດືອນພື້ນຖານ 3.000.000 LAK/ເດືອນ, ເງິນໂບນັດຄຸນນະພາບໜ້າວຽກ 1.500.000 LAK/ເດືອນ, ເງິນໂບນັດຖ້ຽວສູງສຸດ 70% ໃນວັນພັກລັດຖະການ ແລະ ສິດທິປະໂຫຍດອື່ນໆອີກຫຼາຍຢ່າງ.

1. ນະໂຍບາຍເງິນເດືອນ ແລະ ໂບນັດສໍາລັບໂຊເຟີ Green SM

ຮ່ວມງານກັບ Green SM ປະຈຳນະຄອນຫຼວງວຽງຈັນ ໂຊເຟີຈະໄດ້ຮັບເງິນເດືອນພື້ນຖານທີ່ໝັ້ນຄົງພ້ອມກັບເງິນໂບນັດຫລາກຫຼາຍລາຍການ. ນອກຈາກນີ້, ໂຊເຟີຈະໄດ້ຮັບປະກັນໄພຕາມກົດໝາຍຂອງປະເທດລາວຫຼັງຈາກເຊັນສັນຍາຢ່າງເປັນທາງການກັບ Green SM.

ນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ສິດທິຜົນປະໂຫຍດທີ່ນ່າສົນໃຈສຳລັບໂຊເຟີແທັກຊີ່ Green SM Vientiane

ໂດຍສະເພາະຍ່າງຍິ່ງ ເມື່ອໂຊເຟີເຮັດວຽກໃນວັນພັກລັດຖະການ ສາມາດຮັບສ່ວນແບ່ງສູງສຸດເຖິງ 70%.

ກຸ່ມເປົ້າໝາຍທີ່ໃຊ້ອ້າງອີງ: ໂຊເຟີແທັກຊີ່ Green SM ຢູ່ລາວ ໃຫ້ບໍລິການ 2 ປະເພດຄື: Green Car ແລະ Green Limo (ອ້າງອີງກັບຄົນຂັບແທັກຊີ່ທີ່ເຊັນສັນຍາຝຶກອົບຮົມ/ສັນຍາທົດລອງງານ/ສັນຍາຈ້າງງານກັບບໍລິສັດ)

ນະໂຍບາຍວາງເງິນມັດຈໍາ: ສຳລັບໂຊເຟີໃໝ່ Green SM ຕາມເງື່ອນໄວວາງມັດຈໍາເພື່ອຮັບລົດດ້ວຍຍອດເງິນລວມ 7.200.000 LAK ໂດຍເກັບເປັນຫຼາຍງວດ ແຕ່ຈະກັບກ່ອນພຽງ 1.000.000 LAK ໃນຊ່ວງເວລາ onboard ແລະ 90.000 LAK/ຕໍ່ມື້ ຕັດຈາກກະເປົາເງິນໂຊເຟີຕັ້ງແຕ່ມື້ເລີ່ມວຽກທຳອິດຈົນກວ່າຈະຊຳລະຄົບລ້ວນ.

2. ນະໂຍບາຍໂບນັດ ແລະ ການສະໜັບສະໜູນຫຼ້າສຸດທີ່ໃຫ້ໂຊເຟີ

ເພື່ອສ້າງໂອກາດເພີ່ມເຕີມໃນການເຂົ້າຮ່ວມງານກັບ Green SM ແລະ ສະໜັບສະໝູນໂຊເຟີໃນຊ່ວງເລີ່ມເຮັດວຽກໃນເດືອນ 11/2026.

2.1. ໂບນັດການເຂົ້າຮ່ວມສໍາລັບໂຊເຟີທີ່ມີໃບຂັບຂີ່ແລ້ວ

ສໍາລັບຜູ້ສະໝັກທີ່ມີໃບຂັບຂີ່ລົດໃຫຍ່ແລ້ວ ແລະ ພ້ອມທີ່ຈະເຂົ້າຮ່ວມທີມໂຊເຟີ Green SM.

ສິດທິປະໂຫຍດ:

– ຮັບເງິນລ່ວງໜ້າ 500.000 LAK ເຂົ້າກະເປົ່າໂຊເຟີໃນມຶ້ທຳອິດທີ່ເລີ່ມເຮັດວຽກ.

– ຮັບເພີ່ມ 1.500.000 LAK ຫຼັງຈາກທົດລອງງານຄົບ 2 ເດືອນ ແລະ ເຊັນສັນຍາຈ້າງງານຢ່າງເປັນທາງການ.

ເງື່ອນໄຂການນໍາໃຊ້:

– ມີໃບຂັບຂີ່ລົດໃຫຍ່ທີ່ຖືກຕ້ອງຕາມກົດໝາຍ.

– ບໍ່ລະເມີດລະບຽບຂໍ້ບັງຄັບໃນຊ່ວງທົດລອງງານ.

– ເຊັນສັນຍາຈ້າງງານຢ່າງເປັນທາງການເພື່ອຮັບເງິນໂບນັດ ເພີ່ມອີກ 1.500.000 LAK.

2.2. ສະໜັບສະໜູນໂຊເຟີໃຫມ່ຈາກຕ່າງແຂວງມາທົດລອງງານຢູ່ ວຽງຈັນ:

Green SM ຊ່ວຍເຫຼືອຄ່າເດີນທາງໃຫ້ສຳລັບຄົນຕ່າງແຂວງເຂົ້າມາສະໝັກທົດລອງຂັບລົດຢູ່ວຽງຈັນ.

ສິດທິປະໂຫຍດ:

– ຊ່ວຍເຫຼືອ 250.000 LAK ສໍາລັບໂຊເຟີຈາກຕ່າງແຂວງມາ ວຽງຈັນ ເພື່ອເຂົ້າຮ່ວມການທົດລອງຂັບລົດ.

– ສາມາດຮັບສິດຄວບຄູ່ກັບນະໂຍບາຍໂບນັດການເຂົ້າຮ່ວມສໍາລັບໂຊເຟີທີ່ມີໃບຂັບຂີ່ແລ້ວ (ຂໍ້ 2.1)

ເງື່ອນໄຂການນໍາໃຊ້:

– ສຳລັບໃຜທີ່ອາໃສ່ຢູ່ຕ່າງແຂວງມາວຽງຈັນເພື່ອເຂົ້າຮ່ວມການທົດລອງຂັບລົດ.

– ຕ້ອງຜ່ານການທົດລອງຂັບລົດ ແລະ ສືບຕໍ່ລົງທະບຽນເຂົ້າເຮັດວຽກກັບ Green SM. 

– ເງິນສະໜັບສະໜູນຈະຈ່າຍໃຫ້ຫຼັງຈາກຄົນຂັບລົດເດີນທາງມາເຂົ້າຮ່ວມການທົດລອງຂັບລົດ ແລະ ຜ່ານເງື່ອນໄຂຂ້າງເທິງ.

3. ນະໂຍບາຍສະໜັບສະໜູນໂຊເຟີຈາກຕ່າງແຂວງຂຶ້ນມາເຮັດວຽກຢູ່ ວຽງຈັນ

ບໍ່ແມ່ນແຕ່ຊ່ວຍເຫຼືອໃນຂັ້ນຕອນການເຂົ້າຮ່ວມເທົ່ານັ້ນ Green SM ຍັງມີໂຄງການຊ່ວຍເຫຼືອຄ່າຄອງຊີບສໍາລັບໂຊເຟີຈາກຕ່າງແຂວງມາເຮັດວຽກຢູ່ ວຽງຈັນ.

ກຸ່ມເປົ້າໝາຍທີ່ໃຊ້ອ້າງອີງ: ຜູ້ສະໝັກທີ່ອາໄສຢູ່ໃນຕ່າງແຂວງ ລົງທະບຽນເປັນໂຊເຟີ Green SM ຢູ່ ວຽງຈັນ.

ໂບນັດສະໜັບສະໜູນໃນ 3 ເດືອນທໍາອິດ

– ສະໜັບສະໜູນຄ່າເຊົ່າເຮືອນ: 1.000.000 LAK/ເດືອນ

– ສະໜັບສະໜູນຄ່າຈອດລົດ: 500.000 LAK/ເດືອນ

ໂດຍສະເພາະຍ່າງຍິ່ງ ຄົນຂັບຈະຮັບເພີ່ມ 500.000 LAK ຖ້າຕັ້ງໃຈທີ່ຈະຢູ່ເຮັດວຽກຕໍ່ຢູ່ ວຽງຈັນ ຫຼັງຈາກຄົບ 03 ເດືອນ.

ໂຄງການນີ້ ໂຊເຟີຈາກຕ່າງແຂວງຈະມີເງື່ອນໄຂທີ່ສະດວກສະບາຍທີ່ພັກອາໃສ່ທີ່ໝັ້ນຄົງ, ພາຫະນະ ແລະ ເລີ່ມຕົ້ນເຮັດວຽກຢູ່ ວຽງຈັນ.

4. ເຂົ້າຮ່ວມງານກັບ Green SM ມື້ນີ້

ພ້ອມເງິນເດືອນພື້ນຖານທີ່ໝັ້ນຄົງ ເງິນໂບນັດຖ້ຽວທີ່ໜ້າສົນໃຈ ພ້ອມນະໂຍບາຍສະໜັບສະໜູນທີ່ເປັນຮູບປະທໍາຢ່າງຫຼາຍ Green SM ມອບໂອກາດການເຮັດວຽກສໍາລັບຜູ້ສະໝັກທີ່ຕ້ອງການມີວຽກເຮັດ ແລະ ແຫຼ່ງລາຍໄດ້ທີ່ໝັ້ນຄົງໃນປະເທດລາວ.

ນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ສິດທິຜົນປະໂຫຍດທີ່ນ່າສົນໃຈສຳລັບໂຊເຟີແທັກຊີ່ Green SM Vientiane

👉 ລົງທະບຽນສະໝັກງານມື້ນີ້: 

ຕິດຕໍ່ຕອນນີ້:

* ໂທລະສັບ/WhatsApp: 20 95990606 (https://wa.me/8562095990606 )

* ສາຍດ່ວນ: 021 988 888

* ທີ່ຢູ່: ຖະໜົນ ໄກສອນ ພົມວິຫານ, ບ້ານ ພະຂາວ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ (ໃກ້ກັບທະນາຄານພົງສະຫວັນ) ໂລເຄຊັ້ນຕາມລີ້ງນີ້ເລີຍ

ຕິດຕໍ່ທີມງານ Green SM ເພື່ອຮັບຄໍາປຶກສາໂດຍລະອຽດກ່ຽວກັບເງື່ອນໄຂການສະໝັກ ຂັ້ນຕອນການເຂົ້າຮ່ວມ ແລະ ນະໂຍບາຍສະໜັບສະໝູນໂຊເຟີ.

Green SM – ພ້ອມຄຽງຂ້າງທ່ານໃນເສັ້ນທາງອາຊີບໃຫມ່!

ໂພສຫຼ້າສຸດ
ນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ສິດທິຜົນປະໂຫຍດທີ່ນ່າສົນໃຈສຳລັບໂຊເຟີແທັກຊີ່ Green SM Vientiane
11 November 2026
ໃໝ່
ນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ສິດທິຜົນປະໂຫຍດທີ່ນ່າສົນໃຈສຳລັບໂຊເຟີແທັກຊີ່ Green SM Vientiane

ຄົ້ນພົບກັບນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ໂຄງການສະໜັບສະໜູນໂຊເຟີ Green SM ຢູ່ ວຽງຈັນ: ເງິນເດືອນພື້ນຖານ 3.000.000 LAK/ເດືອນ, ເງິນໂບນັດຄຸນນະພາບໜ້າວຽກ 1.500.000 LAK/ເດືອນ, ເງິນໂບນັດຖ້ຽວສູງສຸດ 70% ໃນວັນພັກລັດຖະການ ແລະ ສິດທິປະໂຫຍດອື່ນໆອີກຫຼາຍຢ່າງ. 1. ນະໂຍບາຍເງິນເດືອນ ແລະ ໂບນັດສໍາລັບໂຊເຟີ Green SM ຮ່ວມງານກັບ Green SM ປະຈຳນະຄອນຫຼວງວຽງຈັນ ໂຊເຟີຈະໄດ້ຮັບເງິນເດືອນພື້ນຖານທີ່ໝັ້ນຄົງພ້ອມກັບເງິນໂບນັດຫລາກຫຼາຍລາຍການ. ນອກຈາກນີ້, ໂຊເຟີຈະໄດ້ຮັບປະກັນໄພຕາມກົດໝາຍຂອງປະເທດລາວຫຼັງຈາກເຊັນສັນຍາຢ່າງເປັນທາງການກັບ Green SM. ໂດຍສະເພາະຍ່າງຍິ່ງ ເມື່ອໂຊເຟີເຮັດວຽກໃນວັນພັກລັດຖະການ ສາມາດຮັບສ່ວນແບ່ງສູງສຸດເຖິງ 70%. ກຸ່ມເປົ້າໝາຍທີ່ໃຊ້ອ້າງອີງ: ໂຊເຟີແທັກຊີ່ Green SM ຢູ່ລາວ ໃຫ້ບໍລິການ 2 ປະເພດຄື: Green Car ແລະ Green Limo (ອ້າງອີງກັບຄົນຂັບແທັກຊີ່ທີ່ເຊັນສັນຍາຝຶກອົບຮົມ/ສັນຍາທົດລອງງານ/ສັນຍາຈ້າງງານກັບບໍລິສັດ) ນະໂຍບາຍວາງເງິນມັດຈໍາ: ສຳລັບໂຊເຟີໃໝ່ Green […]

XanhSM Sole Co., Ltd
ສາຍດ່ວນ: 021 988 888
ອີເມວບໍລິສັດ: support.la@greensm.com
ຖະໜົນໄກສອນພົມວິຫານ,ບ້ານພະຂາວ,ໄຊທານີ,ນະຄອນຫຼວງວຽງຈັນ
ຊັບພະສົງທັງໝົດ
FacebookLinkedIn
© 2026 Green SM. ສະຫງວນລິຂະສິດທຸກປະການ. | ຂໍ້ກຳນົດ ແລະ ກົດໝາຍ | ນະໂຍບາຍຄວາມເປັນສ່ວນຕົວ | ການຕັ້ງຄ່າ Cookies
google play
apple store
ສະແກນເພື່ອດາວໂຫລດແອັບ
Download app qrcode
Download app qrcode