GSMເປີດໂຕບໍລິການແທັກຊີໄຟຟ້າໃນລາວແນໃສ່ສົ່ງເສີມການເດີນທາງດ້ວຍພາຫະນະສີຂຽວໃນອາຊີຕາເວັນອອກສ່ຽງໃຕ້
ນະຄອນຫຼວງວຽງຈັນ, ວັນທີ 9 ພະຈິກ 2023 – ບໍລິສັດຫຸ້ນສ່ວນ Green and Smart Mobility (GSM) ຂອງຫວຽດນາມ ໄດ້ເປີດໂຕບໍລິການລົດແທັກຊີໄຟຟ້າບໍລິສຸດ ໃນນະຄອນຫຼວງວຽງຈັນ, ສປປ ລາວ, ພາຍໃຕ້ກົດໝາຍສິນຄ້າ “Green SM”. ໃນການຂະຫຍາຍຕະຫຼາດອອກສູ່ຕ່າງປະເທດແຫ່ງທໍາອິດ ຖືເປັນບາດກ້າວໜຶ່ງ ໃນຍຸດທະສາດ “Go Green Global” ຫຼື “ການດໍາເນີນທຸລະກິດທີ່ເປັນມິດກັບສິ່ງແວດລ້ອມໂລກ” ຂອງບໍລິສັດ GSM ເພື່ອສ້າງຕົນໃຫ້ ກາຍເປັນບໍລິສັດບໍລິການຂົນສົ່ງໄຟຟ້າສາກົນ ກ້າວໄປສູ່ການນໍາສະເໜີການເຄື່ອນທີ່ສີຂຽວອອກສູ່ສາກົນ.
ລົດແທັກຊີ ແຊັງເອັດສ໌ເອັມ ລາວ (Green SM Laos) ໄດ້ຢຶດໝັ້ນແນວທາງໂດຍເອົາລູກຄ້າເປັນໃຈກາງຂອງຫຸ້ນສ່ວນ ຫວຽດນາມ ແລະ ໃຫ້ຄໍາໝັ້ນສັນຍາທີ່ຈະໃຫ້ບໍລິການຂົນສົ່ງທີ່ເປັນມິດກັບສິ່ງແວດລ້ອມ. ບໍລິສັດມີຄວາມມຸ່ງໝັ້ນທີ່ຈະໃຫ້ບໍລິການລູກຄ້າດ້ວຍພາຫະນະໄຟຟ້າບໍລິສຸດ 100% ບວກກັບມາດຕະຖານການບໍລິການລູກຄ້າລະດັບ 5 ດາວ ລວມທັງຄຸນນະພາບຂອງລົດຍົນລະດັບພຣີມຽມ, ພ້ອມທີມຂັບລົດມືອາຊີບ ທີ່ປະກອບສ່ວນເຂົ້າໃນການຍົກລະດັບມາດຕະຖານການບໍລິການຂົນສົ່ງຜູ້ໂດຍສານໃນ “ດິນແດນລ້ານຊ້າງ”.

ນັບແຕ່ວັນທີ 9 ພະຈິກ 2023 ເປັນຕົ້ນໄປ, ປະຊາຊົນໃນນະຄອນຫຼວງວຽງຈັນ ແລະ ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາທ່ຽວລາວ ຈະສາມາດເຂົ້າເຖິງວິທີການຈອງບໍລິການລົດແທັກຊີຜ່ານແອັບພລີເຄຊັນ Green SM ລາວ ທີ່ສະດວກສະບາຍ. ເຊິ່ງສາມາດດາວໂຫຼດແອັບພລີເຄຊັນດັ່ງກ່າວດ້ວຍວິທີງ່າຍໆຈາກ App Store ແລະ Play Store. ນອກຈາກນີ້, ລູກຄ້າຍັງມີທາງເລືອກໃນການເອີ້ນແທັກຊີຕາມຖະໜົນໄດ້ໂດຍກົງ. ສໍາລັບຂໍ້ມູນຂອງເສັ້ນທາງ ແລະ ລາຄາໂດຍສານຂອງການເດີນທາງໃນແຕ່ລະສາຍ ແມ່ນຈະຖືກເປີດເຜີຍຢ່າງໂປ່ງໃສ ເພື່ອຊ່ວຍໃຫ້ເກີດຄວາມຈະແຈ້ງ ແລະ ສະດວກສະບາຍ.
ເບື້ອງຕົ້ນ, ແທັກຊີ Green SM ລາວ ຈະນໍາໃຊ້ລົດໄຟຟ້າ VinFast VF 5 Plus ສີຂຽວຟ້າ ອັນເປັນເອກະລັກສໍາລັບກຸ່ມລົດແທັກຊີ. ປັດຈຸບັນ, ບໍລິສັດດໍາເນີນທຸລະກິດໃນນະຄອນຫຼວງວຽງຈັນເປັນຫຼັກ ເຊິ່ງມີແຜນຈະນໍາເຂົ້າພາຫະນະເພີ່ມເປັນ 1,000 ຄັນ ແລະ ຂະຫຍາຍໄປຍັງເມືອງທ່ອງທ່ຽວທີ່ມີຊື່ສຽງ ເຊັ່ນ ເມືອງວັງວຽງ (ແຂວງວຽງຈັນ) ລວມທັງແຂວງ ແລະ ເມືອງອື່ນໆ ເຊັ່ນ ຫຼວງພະບາງ, ສະຫວັນນະເຂດ ແລະ ຈໍາປາສັກ ໃນອະນາຄົດອັນໃກ້.

Green SM ລາວ ກໍາລັງວາງແຜນຂະຫຍາຍທຸລະກິດໄປທົ່ວປະເທດ ແລະ ຄາດວ່າຈະສ້າງໂອກາດໃນການມີວຽກເຮັດງານທໍາໃໝ່ໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ເປັນຈໍານວນຫຼາຍພັນຕໍາແໜ່ງ. ໂອກາດເຫຼົ່ານີ້ໄດ້ມອບຄວາມຫວັງໃນການພັດທະນາສາຂາອາຊີບທີ່ໜ້າສົນໃຈ ແລະ ເຂົ້າຮ່ວມໂດຍບໍ່ຈໍາເປັນຕ້ອງໃຊ້ເງິນລົງທຶນເບື້ອງຕົ້ນ ໃນຂະນະທີ່ມີລາຍຮັບທີ່ເໝາະສົມ ພ້ອມໄດ້ຮັບການຝຶກອົບຮົມວິຊາຊີບນໍາອີກ. ໂດຍສະເພາະກໍແມ່ນ ພະນັກງານຂັບລົດ Green SM ແຕ່ລະຄົນຈະໄດ້ຮັບການພັດທະນາເປັນ “ຕົວແທນສີຂຽວ” ເຊື່ອມຕໍ່ລູກຄ້າໂດຍກົງກັບກາໝາຍສິນຄ້າ ແລະ ປະກອບສ່ວນເສີມຂະຫຍາຍພາບລັກທີ່ເປັນມິດຕໍ່ສິ່ງແວດລ້ອມຂອງລາວ.
ນອກຈາກການໃຫ້ບໍລິການຂົນສົ່ງທີ່ມີຄຸນນະພາບສູງ ແລະ ບໍ່ມີການປ່ອຍອາຍພິດເຮືອນແກ້ວແລ້ວ, GSM ຍັງມີເປົ້າໝາຍທີ່ຈະກະຕຸ້ນການນໍາໃຊ້ພາຫະນະໄຟຟ້າໃນວົງກວ້າງ ໂດຍຜ່ານການພັດທະນາລະບົບນິເວດການບໍລິການເຄື່ອນທີ່ສີຂຽວ, ລວມທັງການໃຫ້ເຊົ່າລົດໄຟຟ້າ ແລະ ການບໍລິການຂັ້ນສູງ ເຊັ່ນ ການຈອງລົດເປັນແພັກເກັດ, ຈອງລົດທ່ອງທ່ຽວ ແລະ ການເຊົ່າລົດສ່ວນຕົວ. ດ້ວຍການນໍາໃຊ້ວິທີການແບບລວມນີ້, GSM ຈິ່ງໄດ້ເຮັດວຽກເພື່ອໃຊ້ປະໂຫຍດຈາກປະສົບການໂດຍລວມຂອງການຄົມມະນາຄົມແບບຮັກໂລກ ແລະ ເຮັດໃຫ້ທຸກຄົນສາມາດເຂົ້າເຖິງລະບົບຂັບເຄື່ອນດ້ວຍໄຟຟ້າໄດ້.

ທ່ານ ຫງວຽນວັນແທງ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ GSM ກ່າວວ່າ: “ການເປີດໂຕຂອງ Green SM ລາວ ແມ່ນຂີດໝາຍຂອງຄວາມສໍາເລັດຄັ້ງພິເສດທີ່ເປັນຈຸດເລີ່ມຕົ້ນຂອງການເດີນທາງແຫ່ງບາດກ້າວການຂະຫຍາຍທຸລະກິດໄປທົ່ວໂລກຂອງບໍລິສັດ GSM. ພວກເຮົາຈະທໍາການສຶກສາສໍາຫຼວດ ແລະ ສ້າງສັນສິ່ງໃໝ່ໆຢ່າງຕໍ່ເນື່ອງ ເພື່ອສ້າງການປະສົມປະສານວັດທະນະທໍາທ້ອງຖິ່ນທີ່ເປັນເອກະລັກ ເຂົ້າກັບມາດຕະຖານການບໍລິການລະດັບສາກົນ ໂດຍໃຫ້ຄໍາໝັ້ນສັນຍາວ່າ ຈະມອບປະສົບການທີ່ດີເລີດໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ລວມທັງນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາລາວ. ຄວາມສໍາເລັດຂອງ Green SM ລາວ ຈະເປັນບາດກ້າວ ທີ່ເອື້ອອໍານວຍ ສຳລັບ GSM ເພື່ອຂະຫຍາຍທົ່ວໂລກ. GSM ພ້ອມກັບ VinFast ຈະປະກອບສ່ວນປະຕິບັດ ຈຸດໝາຍຊຸກຍູ້ການຄົມມະນາຄົມຂຽວໃນໂລກ, ດ້ວຍການປູທາງໄປສູ່ອະນາຄົດທີ່ດີ ແລະ ຍືນຍົງຫຼາຍຂຶ້ນ ສໍາລັບທຸກຄົນ.”
GSM ໄດ້ຮັບການສ້າງຕັ້ງ ແລະ ເລີ່ມດຳເນີນໃນເດືອນ ເມສາ 2023 ຢູ່ ຫວຽດນາມ ໃນຮູບແບບການຂົນສົ່ງສີຂຽວຫຼາຍຊ່ອງທາງບໍລິການແຫ່ງທໍາອິດຂອງໂລກ ເຊິ່ງດໍາເນີນງານດ້ວຍພາຫະນະໄຟຟ້າ 100%. ພາຍຫຼັງການເຄື່ອນໄຫວພຽງ 6 ເດືອນ, GSM ໄດ້ບັນລຸການເຕີບໂຕຢ່າງຍິ່ງໃຫຍ່, ໂດຍໃຫ້ບໍລິການຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 6 ລ້ານຖ້ຽວ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ບໍລິໂພກ ແລະ ຫົວໜ່ວຍຂົນສົ່ງ.
ພາຍຫຼັງປະສົບຄວາມສໍາເລັດໃນປະເທດລາວ, GSM ມີກໍານົດຈະຂະຫຍາຍຢ່າງວ່ອງໄວໄປສູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ຄວາມສາມາດຂອງບໍລິສັດໃນການນໍາສະເໜີບໍລິການຈອງລົດ.
ຜ່ານຫຼາຍຊ່ອງທາງບໍລິການ ໄດ້ແກ່: ຜ່ານແອັບ, ຜ່ານສູນບໍລິການສາຍດ່ວນ ແລະ ເອີ້ນໂດຍກົງຕາມເສັ້ນທາງ ສົ່ງຜົນໃຫ້ບໍລິສັດມີຄວາມໄດ້ປຽບທາງການແຂ່ງຂັນທີ່ສໍາຄັນ ທັງໃນຕະຫຼາດພາກພື້ນ ແລະ ສາກົນ. ຄວາມສາມາດຫຼັກເຫຼົ່ານີ້ ຈະມີຄວາມສໍາຄັນຢ່າງໃຫຍ່ຫຼວງເພື່ອເຮັດໃຫ້ GSM ເລັ່ງຍຸດທະສາດ “Go Green Global” ໂດຍກໍານົດທິດທາງໃນການກ້າວຂຶ້ນເປັນໜຶ່ງໃນຜູ້ໃຫ້ບໍລິການການຈອງລົດໂດຍສານລະດັບໂລກ ທີ່ມີທ່າແຮງເຕີບໂຕໄດ້ດີທີ່ສຸດໃນພາກພື້ນໃນອະນາຄົດ.
ລູກຄ້າສາມາດອ່ານຂໍ້ມູນເພີ່ມເຕີມກ່ຽວກັບແທັກຊີໄຟຟ້າXanhSMໃນລາວຜ່ານເວັບໄຊ: https://www.xanhsm.com/laos/ ຫຼື ດາວໂຫຼດແອັບ Green SM ລາວ ຜ່ານລິ້ງຕໍ່ໄປນີ້:
• Android: https://bit.ly/XanhSMLaos1
• iOS: https://bit.ly/XanhSMLaos2

ເພື່ອມອບທາງເລືອກການເດີນທາງທີ່ປະຢັດ ເປັນມິດກັບສິ່ງແວດລ້ອມ ແລະ ຊ່ວຍສົ່ງເສີມແນວໂນ້ມການຂົນສົ່ງສີຂຽວ, ບໍລິການ Green SM ໄດ້ເປີດຕົວໂປຣໂມຊັນ ຫຼຸດຄ່າໂດຍສາຍ 10% ສຳລັບລູກຄ້າໃນ ສປປລາວ ໂປຣໂມຊັນນີ້ນຳໃຊ້ຕັ້ງແຕ່ວັນທີ 11/03 ຫາ 31/03/2026, ເພື່ອໃຫ້ຜູ້ໃຊ້ບໍລິການມີໂອກາດສຳຜັດປະສົບການເດີນທາງດ້ວຍ ລົດໄຟຟ້າທັນສະໄໝ ໃນລາຄາທີ່ປະຢັດຫຼາຍຂຶ້ນ. ຂໍ້ມູນລາຍການ ສ່ວນຫຼຸດຄ່າໂດຍສານ: ຫຼຸດ 10%ຜູ້ມີສິດໄດ້ຮັບ: ລູກຄ້າທີ່ໃຊ້ບໍລິການ Green SM ໃນສປປລາວໄລຍະເວລານຳໃຊ້: 11/03/2026 – 31/03/2026 ຮ່ວມຂັບເຄື່ອນແຄມເປນ “Trade Gas for Electric” ໂປຣໂມຊັນຂອງ Green SM ເປັນສ່ວນໜຶ່ງຂອງແຄມເປນ “Trade Gas for Electric” ທີ່ດຳເນີນໂດຍ Vingroup ເພື່ອສົ່ງເສີມໃຫ້ຜູ້ໃຊ້ຫັນມາໃຊ້ພາຫະນະທີ່ໃຊ້ພະລັງງານໄຟຟ້າ. ແຄມເປນນີ້ເກີດຂຶ້ນໃນຂະນະທີ່ລາຄານ້ຳມັນໃນຕະຫຼາດໂລກມີຄວາມຜັນແປ ເຊິ່ງສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍໃນຊີວິດປະຈຳວັນ ແລະ ການເດີນທາງຂອງປະຊາຊົນ. ນອກຈາກສ່ວນຫຼຸດສຳລັບລູກຄ້າທີ່ປ່ຽນຈາກລົດນ້ຳມັນໄປເປັນລົດໄຟຟ້າ VinFast, ລາຍການສ່ວນຫຼຸດຄ່າໂດຍສານຂອງ Green SM […]

ນະຄອນຫຼວງວຽງຈັນ, ວັນທີ 4 ທັນວາ 2025 – ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນສໍາລັບຮູບແບບການຂົນສົ່ງທີ່ປອດໄພ, ມີຄວາມໂປ່ງໃສ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໃນກຸ່ມນັກທຸລະກິດທີ່ກຳລັງທີ່ປະກອບການຢູ່ ສປປ ລາວ, Green SM ລາວ ໄດ້ລົງນາມຂໍ້ຕົກລົງຮ່ວມມືເຊີງຍຸດທະສາດກັບສະມາຄົມນັກທຸລະກິດຫວຽດນາມຢູ່ລາວ (AVILA). ເຊິ່ງງານໃນຄັ້ງນີ້ ເປັນຂີດໝາຍແຫ່ງຄວາມກ້າວໜ້າທີ່ສຳຄັນໃນການຂະຫຍາຍທາງເລືອກການຂົນສົ່ງສີຂຽວໃນນະຄອນຫຼວງວຽງຈັນ ແລະ ພື້ນທີ່ໃກ້ຄຽງ, ເຊິ່ງສອດຄ່ອງກັບທິດທາງການພັດທະນາທີ່ຍືນຍົງທີ່ລັດຖະບານລາວກໍາລັງສົ່ງເສີມ ແລະ ຜັກດັນ. ຕາມການຕົກລົງ, ບໍລິສັດ Green SM ລາວ ຈະສະໜອງບໍລິການຂົນສົ່ງໂດຍສານດ້ວຍລົດໄຟຟ້າ ທີ່ຖືກອອກແບບໃຫ້ເໝາະສົມກັບຮູບແບບການໃຊ້ງານຂອງວິສາຫະກິດ, ລວມມີ Green SM Taxi, ບໍລິການຮັບ – ສົ່ງສະໜາມບິນ Green SM Airport ແລະ ແພັກເກັດບໍລິການເພື່ອໄປອອກງານ, ອອກເທດສະການຕ່າງໆ ຫຼື ຕາມຄວາມຕ້ອງການໃຊ້ຕົວຈິງ.ໄປພ້ອມກັນນັ້ນແມ່ນລະບົບຄຸ້ມຄອງການຂົນສົ່ງສຳລັບວິສາຫະກິດ ທີ່ຊ່ວຍໃຫ້ສາມາດຕິດຕາມເສັ້ນທາງເດີນທາງ, ເຮັດລາຍງານປະຈຳໄຕມາດ ແລະ ປະຢັດຄ່າໃຊ້ຈ່າຍການຂົນສົ່ງໂດຍສານ. ແນວທາງເຫຼົ່ານີ້ ມຸ້ງໝາຍເພື່ອຊ່ວຍໃຫ້ວິສາຫະກິດຍົກລະດັບປະສິດທິພາບໃນການດຳເນີນທຸລະກິດ ແລະ ພັດທະນາປະສົບການ […]
ຖ້າທ່ານເຫັນລົດໄຟຟ້າ Green SM ທີ່ກໍາລັງວ່າງຢູ່ຕໍ່ໜ້າ ແລະມີຄວາມປາດຖະນາຈະເດີນທາງໃນທັນທີ ໂດຍບໍ່ຈໍາເປັນຈອງຜ່ານແອັບ Green SM ຫຼື ລໍຖ້າລະບົບຈັບຄູ່, XanhNow ແມ່ນຄໍາຕອບທີ່ເໝາະສົມ. ດ້ວຍ XanhNow, ຜູ້ໃຊ້ສາມາດເລືອກລົດ Green SM ທີ່ຢູ່ໃກ້ທີ່ສຸດດ້ວຍຂັ້ນຕອນງ່າຍໆ ຄ້າຍກັບການໂທເອົາແທັກຊີດັ້ງເດີມ ແຕ່ມີຄວາມໂປ່ງໃສດ້ານລາຄາ ມີຄຸນນະພາບການບໍລິການ ແລະ ມີຄວາມປອດໄພໃນການຊໍາລະເງິນ. ບໍລິການ XanhNow ແມ່ນຮູບແບບ “ຈອງ – ຊໍາລະກ່ອນ – ເດີນທາງທັນທີ” ເພື່ອອໍານວຍຄວາມສະດວກ ແລະ ປະສົບການເດີນທາງທີ່ທັນສະໄຫມ ແລະ ເປັນມິດກັບສິ່ງແວດລ້ອມ. ວິທີນໍາໃຊ້ XanhNow ໃນແອັບ Green SM XanhNow ເປັນຟັງຊັນທີ່ຊ່ວຍໃຫ້ຜູ້ໃຊ້ສາມາດເຊື່ອມຕໍ່ໂດຍກົງກັບຄົນຂັບທີ່ຕ້ອງການ ຜ່ານຂັ້ນຕອນທີ່ງ່າຍດາຍ. ຂັ້ນຕອນ 1: ເປີດແອັບ Green SM ແລະ ເລືອກຈຸດຮັບ – ຈຸດໝາຍ ໃນໜ້າຫຼັກ ກະລຸນາກອກຂໍ້ມູນສະຖານທີ່ປາຍທາງຕາມຄວາມຕ້ອງການ. […]

ວັນທີ 30 ເດືອນກໍລະກົດ 2025 – Green SM ຂໍແຈ້ງຢ່າງເປັນທາງການວ່າ ບໍລິສັດຈະຢຸດໃຫ້ບໍລິການຢູ່ໃນເຂດພື້ນທີ່ວັງວຽງ ປະເທດລາວ ຕັ້ງແຕ່ວັນທີ 31/7/2025 ເປັນຕົ້ນໄປ ຂໍຕົກລົງນີ້ເປັນສ່ວນໜຶ່ງໃນຄົງການທົດສອບແລະປັບປຸງການບໍລິການໃຫ້ມີປະສິດທິພາບ ແລະ ໂດຍມຸ່ງເນັ້ນໃຫ້ຢ່າງມີປະສິດທິຜົນ ໃນຕະຫຼາດນະຄອນວຽງຈັນ ເຊິ່ງເປັນພື້ນທີ່ທີ່ກໍາລັງສະແດງໃຫ້ເຫັນຖຶງການເຕີບໂຕຢ່າງສູງຂອງຕະຫລາດ, ສະນັ້ນ ລົດ Green SM ທີ່ປະຈຳຢູ່ເມືອງວັງວຽງ ຈະຖືກປັບປ່ຽນໄປປະຈຳຢູ່ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ໃນການຕອບສະໜອງຄວາມຕ້ອງການດ້ານການເດີນທາງທີ່ຍືນຍົງ ແລະເພື່ອໃຫ້ບໍລິການຢູ່ໃນລະດັບສູງສຸດແກ່ລູກຄ້າ. Green SM ໄດ້ສັນຍາວ່າຈະສືບຕໍ່ພັດທະນາການເດີນທາງທີ່ຍືນຍົງໃນບັນດາໂຕເມືອງແລະໃນພື້ນທີ່, ມຸ່ງໜ້າໄປສູ່ເປົ້າໝາຍໃນການຫຼຸດຜ່ອນການປ່ອຍມົນລະພິດ, ປົກປັກຮັກສາສິ່ງແວດລ້ອມ ແລະຍົກລະດັບຜູ້ໃຊ້ບໍລິການ. ເພື່ອໄດ້ຮັບການຊ່ວຍເຫຼືອ ແລະຄໍາແນະນໍາຂໍ້ມູນຕ່າງໆ, ຂໍຄວາມກະລຸນາຈາກລູກຄ້າຕິດຕໍ່ຜ່ານເບີໂທລະສັບສາຍດ່ວນ: 021 988888 Green SM ຂໍຂອບໃຈທ່ານຢ່າງສູງ
