Laos - Báo chí
11/11/2024 09:40

Green SM ( ແຊງ ເອັສເອັມ) ຈັດກິດຈະກໍາ ສະເຫຼີມສະຫຼອງຄົບຮອບ 1 ປີ ໃນການໃຫ້ບໍລິການໃນລາວ ພາຍໃຕ້ຄໍາຂັວນ: “ເດີນທາງດ້ວຍລົດ Xanh (ແຊງ) ເພື່ອສະເຫຼີມສະຫຼອງວັນຄົບຮອບ Xanh (ແຊງ)”

ວັນທີ 9 ພະຈິກ 2024 ຢູ່ທີ່ນະຄອນຫຼວງວຽງຈັນ  Green SM  ( ແຊງ ເອັສເອັມ)  ໄດ້ມີການຈັດກິດຈະກໍາ ສະເຫຼີມສະຫຼອງຄົບຮອບ 1 ປີ ໃນການເປິດໃຫ້ບໍລິການຢ່າງເປັນທາງການຂອງ Green SM  ( ແຊງ ເອັສເອັມ) ຢູ່ປະເທດລາວ.
ໃນໂອກາດນີ້ກໍ່ໄດ້ມີໂປຣໂມຊັ່ນພິເສດເພື່ອສົມມະນາຄຸນໃຫ້ແກ່ລູກຄ້າທີ່ໃຊ້ບໍລິການໃນໄລຍະເວລາຜ່ານມາ, ພາຍໃຕ້ຄໍາຂັວນທີ່ວ່າ: “ເດີນທາງດ້ວຍລົດ Xanh (ແຊງ)  ເພື່ອສະເຫຼີມສະຫຼອງວັນຄົບຮອບ Xanh (ແຊງ)” ໃນໄລຍະບຸນນະມັດສະການພະທາດຫຼວງວຽງຈັນປີນີ້ມີໂປໂມຊັນສ່ວນຫຼຸດສູງສຸດເຖິງ 30% ແລະ ຂອງຂວັນທີ່ໜ້າສົນໃຈຫຼາຍຢ່າງໃຫ້ແກ່ລູກຄ້າທີ່ເຂົ້າມາຮ່ວມງານ.
ນັບຕັ້ງແຕ່ ວັນທີ 10 ພະຈິກ ຫາ 15 ພະຈິກ 2024, ລູກຄ້າທີ່ເຂົ້າຮ່ວມງານບຸນນະມັດສະການພະທາດທາດຫຼວງຈະໄດ້ພົບກັບບູດຂອງ Green SM (ແຊງ ເອັສເອັມ) ເຊິ່ງໃນງານກໍ່ຈະໄດ້ພົບກັບຫຼາກຫຼາຍກິດຈະກໍາເຊັ່ນ: ທຸກທ່ານສາມາດດາວໂຫຼດແອັບ Green SM (ແຊງ ເອັສເອັມ) ແລະ ລົງທະບຽນແອັບ ຢູ່ບູດຂອງ Green SM (ແຊງ ເອັສເອັມ)ຈະໄດ້ຮັບຂອງຂວັນກະເປົາທີ່ເປັນເອກະລັກ ແລະ ຂອງຂວັນທີ່ໜ້າສົນໃຈຫຼາກຫຼາຍຢ່າງ.
ພິເສດ: ເມື່ອທ່ານຈອງລົດ Green SM (ແຊງ ເອັສເອັມ) ຜ່ານແອັບ, ລູກຄ້າຈະໄດ້ຮັບສ່ວນຫຼຸດພິເສດ ສູງເຖິງ 30% (ສູງສຸດເຖິງ 50,000 ກີບ/ຄັ້ງ) ກຳນົດເວລາຕັ້ງແຕ່ວັນທີ 4 ພະຈິກ ຫາ 10 ພະຈິກ 2024 ນີ້ ເທົ່ານັ້ນ.
Green SM Laos  ຈັດກິດຈະກໍາ ສະເຫຼີມສະຫຼອງ 1 ປີໃນການໃຫ້ບໍລິການໃນລາວ ພາຍໃຕ້ຄໍາຂັວນ: “ເດີນທາງດ້ວຍລົດ Xanh (ແຊງ) ເພື່ອສະເຫຼີມສະຫຼອງວັນຄົບຮອບ Xanh (ແຊງ) ”
ທີມງານລົດໄຟຟ້າ VinFast (ວິນຟາສ), Green SM (ແຊງ ເອັສເອັມ) ໄດ້ຢືນຢັນໃນພາລະກິດປົກປັກຮັກສາສິ່ງແວດລ້ອມ ແລະ ປັບປຸງຄຸນນະພາບຊີວິດ, ພ້ອມທັງຊຸກຍູ້ການເດິນທາງສີຂຽວໃຫ້ແກ່ປະຊາຊົນລາວ.
ພາຍຫຼັງ 1 ປີ ຂອງການປະຕິບັດຍຸດທະສາດ“Go Green Global” (9 ພະຈິກ 2023 ເຖິງ 9 ພະຈິກ 2024) Green SM (ແຊງ ເອັສເອັມ) ໃນການເປີດໃຫ້ບໍລິການຢູ່ປະເທດລາວ ໄດ້ມີການດາວໂຫຼດນໍາໃຊ້ແອັບເປັນຈໍານວນກວ່າແສນຄົນ ແລະ ໃຫ້ໄດ້ໃຫ້ບໍລິການລູກຄ້າຫຼາຍກວ່າ  1 ລ້ານຖ້ຽວ. ດ້ວຍໄລຍະທາງທັງໝົດກວ່າ 5,3 ລ້ານກິໂລແມັດ, ການເດີນທາງສີຂຽວຂອງ Green SM (ແຊງ ເອັສເອັມ)  ໄດ້ປະກອບສ່ວນຫຼຸດຜ່ອນປະລິມານ CO2 (ກາກບອນໄດອອກຊາຍ) ທຽບເທົ່າກັບການດູດຊຶມເອົາຕົ້ນໄມ້ 17 ລ້ານຕົ້ນໃນແຕ່ລະວັນ.
ມາເຖິງປັດຈຸບັນ, Green SM LAO (ແຊງ ເອັສເອັມ ລາວ)  ໄດ້ມີການຂະຫຍາຍການບໍລິການກວມທັງໝົດ  4 ແຂວງ ເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ. ພ້ອມດຽວກັນນັ້ນ Green SM (ແຊງ ເອັສເອັມ)  ຍັງໄດ້ສ້າງໂອກາດໃນການສົ່ງເສີມວຽກເຮັດງານທຳທີ່ໝັ້ນຄົງ ແລະ ຄວາມປອດໄພໃຫ້ແກ່ຜູ້ຂັບຂີ່, ປະກອບສ່ວນປັບປຸງຊີວິດການເປັນຢູ່ ແລະ ການມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມໃນລາວ. ຄວາມພະຍາຍາມນີ້ບໍ່ພຽງແຕ່ຊ່ວຍໃຫ້ Green SM (ແຊງ ເອັສເອັມ) ສ້າງຮູບແບບການດຳເນີນທຸລະກິດແບບຍືນຍົງເທົ່ານັ້ນ ຍັງໄດ້ວາງພື້ນຖານໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວມີສຸຂະພາບແຂງແຮງອີກດ້ວຍ.
ທ່ານ ຫງວຽນວັນແທ່ງ, ຜູ້ອຳນວຍການທົ່ວໂລກ ຂອງບໍລິສັດຫຸ້ນສ່ວນ ການຂັບຂີ່ສີຂຽວ ແລະ ອັດສະລິຍະ GSM  ແບ່ງປັນວ່າ: “ພວກເຮົາຮູ້ສຶກຂອບໃຈຢ່າງຍິ່ງຕໍ່ການຕ້ອນຮັບ ແລະ ການຊ່ວຍເຫຼືອພວກເຮົາສູ່ປະເທດລາວເຊິ່ງເປັນການເດີນທາງນຳເອົາ Green SM (ແຊງ ເອັສເອັມ) ຂະຫຍາຍທົ່ວໂລກ. ນີ້ບໍ່ພຽງແຕ່ແມ່ນບາດກ້າວບຸກທະລຸໃນການຜັນຂະຫຍາຍທຸລະກິດເທົ່ານັ້ນ, ຫາກຍັງແມ່ນຄວາມມານະພະຍາຍາມໃນການຮ່ວມມືກັນຂອງສອງປະເທດ ຫວຽດນາມ ແລະ ລາວ ເພື່ອແນໃສ່ນຳຕາໜ່າງຄົມມະນາຄົມສີຂຽວໃຫ້ນັບມື້ນັບຂະຫຍາຍຕົວຢ່າງວ່ອງໄວ ແລະ ຍັງເປັນປະກອບສ່ວນພັດທະນາແບບຍືນຍົງຂອງໂລກ.”
ເພື່ອຕອບສະໜອງຄວາມຕ້ອງການໃນເຄື່ອນໄຫວຂອງປະຊາຊົນໃຫ້ນັບມື້ນັບເພີ່ມຂຶ້ນ, Green SM (ແຊງເອັສເອັມ) ໄດ້ມີການປັບປຸງ ແລະ ຍົກລະດັບການບໍລິການຢ່າງບໍ່ຢຸດຢັ້ງ. ພ້ອມນັ້ນ ບໍລິສັດໄດ້ມີການຈັດໂຄງການຝຶກອົບຮົມຢ່າງເຂັ້ມງວດເພື່ອປັບປຸງທັກສະຂອງທີມງານຂັບລົດຂອງຕົນ, ຈາກການດູແລລູກຄ້າໄປສູ່ການປະຕິບັດຍານພາຫະນະໃຫ້ມີການຂັບຂີ່ທີ່ປອດໄພ ແລະ ມີປະສິດທິພາບນັບມື້ນັບດີຂຶ້ນ.
ມາຮອດປະຈຸບັນ, ບໍລິສັດ Green SM (ແຊງເອັສເອັມ) ໄດ້ນຳໃຊ້ບໍລິການລົດແທັກຊີ່ໄຟຟ້າຢູ່ 4 ແຂວງ ລວມມີ : ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ແຂວງ ສະຫວັນນະເຂດ ແລະ  ແຂວງ ຈໍາປາສັກ.
ການເລືອກປະເທດລາວເປັນປະເທດທຳອິດໃນການປະຕິບັດຍຸດທະສາດທົ່ວໂລກ “Go Green Global” (ໂກລ ກລີນ ໂກລ ໂບ)  ບໍ່ພຽງແຕ່ເປັນບາດກ້າວບຸກທະລຸເທົ່ານັ້ນ ແຕ່ຍັງເປັນຄຳໝັ້ນສັນຍາຂອງ Green SM (ແຊງເອັສເອັມ) ໃນພາລະກິດເຜີຍແຜ່ວິຖີຊີວິດສີຂຽວຈາກຫວຽດນາມ ສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້,  ຍິ່ງໄປກວ່ານັ່ນໃນອະນາຄົດGreen SM (ແຊງເອັສເອັມ) ຄາດວ່າຈະຂະຫຍາຍໃຫ້ມີຢູ່ຫຼາຍປະເທດເພື່ອປະກອບສ່ວນສ້າງຕາໜ່າງການຂົນສົ່ງແບບຍືນຍົງ ແລະ ກ້າວໄປສູ່ອະນາຄົດສີຂຽວໃນທົ່ວໂລກ.
*ຄໍານວນໂດຍອ້າງອີງຈາກຂໍ້ມູນຈາກອົງການປົກປ້ອງສິ່ງແວດລ້ອມ ແລະກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມຂອງສະຫະລັດ
ລູກຄ້າສາມາດສຶກສາຂໍ້ມູນເພີ່ມເຕີມກ່ຽວກັບລົດແທັກຊີໄຟຟ້າ Green SM Taxi ຜ່ານເວັບໄຊ https://www.xanhsm.com/la-LA ຫຼື ຕິດຕໍ່ຜ່ານສາຍດ່ວນ 021 988 888.
ໂພສຫຼ້າສຸດ
ນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ສິດທິຜົນປະໂຫຍດທີ່ນ່າສົນໃຈສຳລັບໂຊເຟີແທັກຊີ່ Green SM Vientiane
11 November 2026
ໃໝ່
ນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ສິດທິຜົນປະໂຫຍດທີ່ນ່າສົນໃຈສຳລັບໂຊເຟີແທັກຊີ່ Green SM Vientiane

ຄົ້ນພົບກັບນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ໂຄງການສະໜັບສະໜູນໂຊເຟີ Green SM ຢູ່ ວຽງຈັນ: ເງິນເດືອນພື້ນຖານ 3.000.000 LAK/ເດືອນ, ເງິນໂບນັດຄຸນນະພາບໜ້າວຽກ 1.500.000 LAK/ເດືອນ, ເງິນໂບນັດຖ້ຽວສູງສຸດ 70% ໃນວັນພັກລັດຖະການ ແລະ ສິດທິປະໂຫຍດອື່ນໆອີກຫຼາຍຢ່າງ. 1. ນະໂຍບາຍເງິນເດືອນ ແລະ ໂບນັດສໍາລັບໂຊເຟີ Green SM ຮ່ວມງານກັບ Green SM ປະຈຳນະຄອນຫຼວງວຽງຈັນ ໂຊເຟີຈະໄດ້ຮັບເງິນເດືອນພື້ນຖານທີ່ໝັ້ນຄົງພ້ອມກັບເງິນໂບນັດຫລາກຫຼາຍລາຍການ. ນອກຈາກນີ້, ໂຊເຟີຈະໄດ້ຮັບປະກັນໄພຕາມກົດໝາຍຂອງປະເທດລາວຫຼັງຈາກເຊັນສັນຍາຢ່າງເປັນທາງການກັບ Green SM. ໂດຍສະເພາະຍ່າງຍິ່ງ ເມື່ອໂຊເຟີເຮັດວຽກໃນວັນພັກລັດຖະການ ສາມາດຮັບສ່ວນແບ່ງສູງສຸດເຖິງ 70%. ກຸ່ມເປົ້າໝາຍທີ່ໃຊ້ອ້າງອີງ: ໂຊເຟີແທັກຊີ່ Green SM ຢູ່ລາວ ໃຫ້ບໍລິການ 2 ປະເພດຄື: Green Car ແລະ Green Limo (ອ້າງອີງກັບຄົນຂັບແທັກຊີ່ທີ່ເຊັນສັນຍາຝຶກອົບຮົມ/ສັນຍາທົດລອງງານ/ສັນຍາຈ້າງງານກັບບໍລິສັດ) ນະໂຍບາຍວາງເງິນມັດຈໍາ: ສຳລັບໂຊເຟີໃໝ່ Green […]

XanhSM Sole Co., Ltd
ສາຍດ່ວນ: 021 988 888
ອີເມວບໍລິສັດ: support.la@greensm.com
ຖະໜົນໄກສອນພົມວິຫານ,ບ້ານພະຂາວ,ໄຊທານີ,ນະຄອນຫຼວງວຽງຈັນ
ຊັບພະສົງທັງໝົດ
FacebookLinkedIn
© 2026 Green SM. ສະຫງວນລິຂະສິດທຸກປະການ. | ຂໍ້ກຳນົດ ແລະ ກົດໝາຍ | ນະໂຍບາຍຄວາມເປັນສ່ວນຕົວ | ການຕັ້ງຄ່າ Cookies
google play
apple store
ສະແກນເພື່ອດາວໂຫລດແອັບ
Download app qrcode
Download app qrcode