14/03/2026 15:58

Green SM ຫຼຸດ 10% ໃນ ສປປ ລາວ ຕັ້ງແຕ່ 11/03 ຫາ 31/03/2026

ເພື່ອມອບທາງເລືອກການເດີນທາງທີ່ປະຢັດ ເປັນມິດກັບສິ່ງແວດລ້ອມ ແລະ ຊ່ວຍສົ່ງເສີມແນວໂນ້ມການຂົນສົ່ງສີຂຽວ, ບໍລິການ Green SM ໄດ້ເປີດຕົວໂປຣໂມຊັນ ຫຼຸດຄ່າໂດຍສາຍ 10% ສຳລັບລູກຄ້າໃນ ສປປລາວ

ໂປຣໂມຊັນນີ້ນຳໃຊ້ຕັ້ງແຕ່ວັນທີ 11/03 ຫາ 31/03/2026, ເພື່ອໃຫ້ຜູ້ໃຊ້ບໍລິການມີໂອກາດສຳຜັດປະສົບການເດີນທາງດ້ວຍ ລົດໄຟຟ້າທັນສະໄໝ ໃນລາຄາທີ່ປະຢັດຫຼາຍຂຶ້ນ.

LAOS_1200x675

ຂໍ້ມູນລາຍການ

ສ່ວນຫຼຸດຄ່າໂດຍສານ: ຫຼຸດ 10%
ຜູ້ມີສິດໄດ້ຮັບ: ລູກຄ້າທີ່ໃຊ້ບໍລິການ Green SM ໃນສປປລາວ
ໄລຍະເວລານຳໃຊ້: 11/03/2026 – 31/03/2026

ຮ່ວມຂັບເຄື່ອນແຄມເປນ “Trade Gas for Electric”

ໂປຣໂມຊັນຂອງ Green SM ເປັນສ່ວນໜຶ່ງຂອງແຄມເປນ “Trade Gas for Electric” ທີ່ດຳເນີນໂດຍ Vingroup ເພື່ອສົ່ງເສີມໃຫ້ຜູ້ໃຊ້ຫັນມາໃຊ້ພາຫະນະທີ່ໃຊ້ພະລັງງານໄຟຟ້າ. ແຄມເປນນີ້ເກີດຂຶ້ນໃນຂະນະທີ່ລາຄານ້ຳມັນໃນຕະຫຼາດໂລກມີຄວາມຜັນແປ ເຊິ່ງສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍໃນຊີວິດປະຈຳວັນ ແລະ ການເດີນທາງຂອງປະຊາຊົນ.

ນອກຈາກສ່ວນຫຼຸດສຳລັບລູກຄ້າທີ່ປ່ຽນຈາກລົດນ້ຳມັນໄປເປັນລົດໄຟຟ້າ VinFast, ລາຍການສ່ວນຫຼຸດຄ່າໂດຍສານຂອງ Green SM ຍັງເປັນທາງເລືອກການເດີນທາງທີ່ ປະຢັດ ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ສຳລັບປະຊາຊົນ.

ມຸ້ງສູ່ອະນາຄົດການຂົນສົ່ວສີຂຽວ

ດ້ວຍລະບົບລົດໄຟຟ້າທີ່ຂັບຂີ່ນຸ່ມນວນ ບໍ່ປ່ອຍມົນລະພິດ ແລະ ການບໍລິການມືອາຊີບ, Green SM ມຸ່ງຫວັງທີ່ຈະຮ່ວມເດີນທາງກັບລູກຄ້າໃນລາວ ໃນການສ້າງສັງຄົມທີ່ສີຂຽວ ແລະ ຍືນຍົງຫຼາຍຂຶ້ນ.

ເລືອກ Green SM ສຳລັບທຸກການເດີນທາງ ແລະ ມາຮ່ວມກັນສ້າງອະນາຄົດສີຂຽວ.

ໂພສຫຼ້າສຸດ
ນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ສິດທິຜົນປະໂຫຍດທີ່ນ່າສົນໃຈສຳລັບໂຊເຟີແທັກຊີ່ Green SM Vientiane
11 November 2026
ໃໝ່
ນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ສິດທິຜົນປະໂຫຍດທີ່ນ່າສົນໃຈສຳລັບໂຊເຟີແທັກຊີ່ Green SM Vientiane

ຄົ້ນພົບກັບນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ໂຄງການສະໜັບສະໜູນໂຊເຟີ Green SM ຢູ່ ວຽງຈັນ: ເງິນເດືອນພື້ນຖານ 3.000.000 LAK/ເດືອນ, ເງິນໂບນັດຄຸນນະພາບໜ້າວຽກ 1.500.000 LAK/ເດືອນ, ເງິນໂບນັດຖ້ຽວສູງສຸດ 70% ໃນວັນພັກລັດຖະການ ແລະ ສິດທິປະໂຫຍດອື່ນໆອີກຫຼາຍຢ່າງ. 1. ນະໂຍບາຍເງິນເດືອນ ແລະ ໂບນັດສໍາລັບໂຊເຟີ Green SM ຮ່ວມງານກັບ Green SM ປະຈຳນະຄອນຫຼວງວຽງຈັນ ໂຊເຟີຈະໄດ້ຮັບເງິນເດືອນພື້ນຖານທີ່ໝັ້ນຄົງພ້ອມກັບເງິນໂບນັດຫລາກຫຼາຍລາຍການ. ນອກຈາກນີ້, ໂຊເຟີຈະໄດ້ຮັບປະກັນໄພຕາມກົດໝາຍຂອງປະເທດລາວຫຼັງຈາກເຊັນສັນຍາຢ່າງເປັນທາງການກັບ Green SM. ໂດຍສະເພາະຍ່າງຍິ່ງ ເມື່ອໂຊເຟີເຮັດວຽກໃນວັນພັກລັດຖະການ ສາມາດຮັບສ່ວນແບ່ງສູງສຸດເຖິງ 70%. ກຸ່ມເປົ້າໝາຍທີ່ໃຊ້ອ້າງອີງ: ໂຊເຟີແທັກຊີ່ Green SM ຢູ່ລາວ ໃຫ້ບໍລິການ 2 ປະເພດຄື: Green Car ແລະ Green Limo (ອ້າງອີງກັບຄົນຂັບແທັກຊີ່ທີ່ເຊັນສັນຍາຝຶກອົບຮົມ/ສັນຍາທົດລອງງານ/ສັນຍາຈ້າງງານກັບບໍລິສັດ) ນະໂຍບາຍວາງເງິນມັດຈໍາ: ສຳລັບໂຊເຟີໃໝ່ Green […]

XanhSM Sole Co., Ltd
ສາຍດ່ວນ: 021 988 888
ອີເມວບໍລິສັດ: support.la@greensm.com
ຖະໜົນໄກສອນພົມວິຫານ,ບ້ານພະຂາວ,ໄຊທານີ,ນະຄອນຫຼວງວຽງຈັນ
ຊັບພະສົງທັງໝົດ
FacebookLinkedIn
© 2026 Green SM. ສະຫງວນລິຂະສິດທຸກປະການ. | ຂໍ້ກຳນົດ ແລະ ກົດໝາຍ | ນະໂຍບາຍຄວາມເປັນສ່ວນຕົວ | ການຕັ້ງຄ່າ Cookies
google play
apple store
ສະແກນເພື່ອດາວໂຫລດແອັບ
Download app qrcode
Download app qrcode