GREEN SM ຮ່ວມມືກັບ 10 ພັນທະມິດຍຸດທະສາດ ຂະຫຍາຍລະບົບນິເວດການເດີນທາງສີຂຽວໃນ ສປປ ລາວ
ນະຄອນຫຼວງວຽງຈັນ, ວັນທີ 9 ພະຈິກ 2026 – Green SM ປະກາດການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບ 10 ພັນທະມິດດ້ານຍຸດທະສາດໃນ ສປປ ລາວ ໃນຂະແໜງການການເງິນ–ທະນາຄານ, ໂທລະຄົມມະນາຄົມ, ການຊຳລະເງິນ, ການທ່ອງທ່ຽວ ແລະ ທີ່ພັກ. ຂໍ້ຕົກລົງດັ່ງກ່າວມີເປົ້າໝາຍເພື່ອເຊື່ອມໂຍງແພລດຟອມ, ບູລະນາການບໍລິການ ແລະ ພັດທະນາສິ່ງອຳນວຍຄວາມສະດວກສຳລັບລູກຄ້າ, ຊຶ່ງຈະຊ່ວຍຂະຫຍາຍລະບົບນິເວດການເດີນທາງສີຂຽວ ແລະ ຍົກລະດັບປະສົບການໃນການໃຊ້ບໍລິການ Green SM ໃນຕະຫຼາດລາວ.

ພາຍໃຕ້ຫົວຂໍ້ “Green Alliance Frontier” – “ຈຸດບັນຈົບພົບກັນຂອງຜູ້ນຳໜ້າໃນເສດຖະກິດສີຂຽວ” ພິທີລົງນາມໄດ້ຈັດຂຶ້ນເນື່ອງໃນໂອກາດຄົບຮອບ 3 ປີ ທີ່ Green SM ເປີດໃຫ້ບໍລິການລົດແທັກຊີໄຟຟ້າຢ່າງເປັນທາງການໃນ “ດິນແດນລ້ານຊ້າງ” ໂດຍໄດ້ຮັບກຽດຈາກ ທ່ານ ຫງວຽນ ມິງ ເຕິມ (Ông Nguyễn Minh Tâm) – ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ປະຈຳ ສປປ ລາວ ເຂົ້າຮ່ວມ.
ພາຍໃນງານ, ມີ 10 ພັນທະມິດທີ່ໄດ້ລົງນາມ MOU ກັບ Green SM ປະກອບມີ VietinBank Laos, Joint Development Bank Public, MB Bank Laos ແລະ Sacombank Laos ໃນຂະແໜງການການເງິນ–ທະນາຄານ; Unitel, ETL ແລະ Lao Telecoms (M-Money) ໃນຂະແໜງການໂທລະຄົມມະນາຄົມ ແລະ ການຊຳລະເງິນ; Good Media (Bawanli) ໃນຂະແໜງການຂົນສົ່ງ ແລະ ການທ່ອງທ່ຽວ; ພ້ອມດ້ວຍ Muong Thanh Luxury Vientiane Hotel ແລະ Latsavong Wanda Vista Hotel ໃນຂະແໜງການທີ່ພັກ.
ຕາມຂໍ້ຕົກລົງ, Green SM ແລະ ບັນດາພັນທະມິດຈະນຳໃຊ້ຈຸດແຂງດ້ານເຕັກໂນໂລຊີ, ການບໍລິການ ແລະ ເຄືອຂ່າຍລູກຄ້າ ເພື່ອສຶກສາຄວາມເປັນໄປໄດ້ໃນການບູລະນາການບໍລິການເດີນທາງດ້ວຍລົດໄຟຟ້າເຂົ້າກັບລະບົບຜະລິດຕະພັນ ແລະ ບໍລິການທີ່ມີຢູ່, ພ້ອມທັງພັດທະນາໂຄງການສິດທິພິເສດ ແລະ ການດູແລລູກຄ້າ. ສິ່ງນີ້ຈະຊ່ວຍໃຫ້ຜູ້ໃຊ້ບໍລິການມີທາງເລືອກຫຼາຍຂຶ້ນໃນການເຂົ້າເຖິງ, ຊຳລະເງິນ ແລະ ໃຊ້ບໍລິການ Green SM ໄດ້ຢ່າງສະດວກຜ່ານແພລດຟອມທີ່ຄຸ້ນເຄີຍ.
ໃນຂະແໜງການທ່ອງທ່ຽວ ແລະ ທີ່ພັກ, ບັນດາຝ່າຍຈະຮ່ວມກັນສຶກສາການເຊື່ອມໂຍງບໍລິການ Green SM ເຂົ້າກັບລະບົບໂຮງແຮມ ແລະ ຈຸດໃຫ້ບໍລິການຕ່າງໆ ເພື່ອສະໜອງທາງເລືອກການເດີນທາງທີ່ສະດວກສະບາຍໃຫ້ແກ່ແຂກທີ່ເຂົ້າພັກ, ນັກທ່ອງທ່ຽວ ແລະ ລູກຄ້າອົງກອນ. ນອກຈາກນັ້ນ, ການຮ່ວມມືກັບພັນທະມິດດ້ານສື່ມວນຊົນ ຍັງຈະເປີດໂອກາດໃຫ້ມີການຈັດກິດຈະກຳຮ່ວມກັນພາຍໃຕ້ແບຣນ, ປະຊາສຳພັນບໍລິການ ແລະ ເຜີຍແຜ່ປະໂຫຍດຂອງຍານພາຫະນະໄຟຟ້າສູ່ຊຸມຊົນ.
ອີກໜຶ່ງຈຸດເດັ່ນຂອງງານແມ່ນຜົນງານ “Frontier Mark” ເຊິ່ງເປັນການນຳເອົາສັນຍະລັກຂອງພັນທະມິດແຕ່ລະລາຍມາເຊື່ອມປະສານເປັນສັນຍະລັກຮ່ວມອັນດຽວ ເພື່ອສະທ້ອນເຖິງຈິດໃຈແຫ່ງການຮ່ວມມື ແລະ ວິໄສທັດໃນການພັດທະນາລະບົບນິເວດສີຂຽວຂອງທຸກຝ່າຍໃນ ສປປ ລາວ.
ທ່ານນາງ ເລ ທິ ຫງອກ ລິງ (Bà Lê Thị Ngọc Linh)– ຮອງຜູ້ອຳນວຍການໃຫຍ່ຝ່າຍປະຕິບັດການ Green SM ໃຫ້ຄຳເຫັນວ່າ: “ການຫັນປ່ຽນສູ່ສີຂຽວແມ່ນການເດີນທາງທີ່ຕ້ອງອາໄສການຮ່ວມແຮງຮ່ວມໃຈ ແລະ ການມີສ່ວນຮ່ວມຈາກຫຼາຍບໍລິສັດ ແລະ ອົງກອນໃນຫຼາຍຂະແໜງການ. ຜ່ານ Green Alliance Frontier, ພວກເຮົາມຸ່ງຫວັງທີ່ຈະສ້າງພື້ນທີ່ແຫ່ງການເຊື່ອມໂຍງ ເພື່ອໃຫ້ Green SM ແລະ ບັນດາພັນທະມິດໄດ້ຮ່ວມກັນແບ່ງປັນວິໄສທັດ, ນຳໃຊ້ຈຸດແຂງຂອງຕົນ ແລະ ຊອກຫາໂອກາດການຮ່ວມມືທີ່ເປັນຮູບປະທຳ. ຜ່ານການເຊື່ອມໂຍງແພລດຟອມ, ການບໍລິການ ແລະ ເຄືອຂ່າຍລູກຄ້າ, ພວກເຮົາຄາດຫວັງວ່າຈະສາມາດນຳເອົາທາງອອກດ້ານການເດີນທາງສີຂຽວເຂົ້າໃກ້ຊິດກັບປະຊາຊົນຫຼາຍຂຶ້ນ ພ້ອມທັງປະກອບສ່ວນສ້າງຄຸນຄ່າທີ່ຍືນຍົງໃຫ້ແກ່ຊຸມຊົນ ແລະ ປະເທດລາວ.”
ພາຍຫຼັງການດຳເນີນງານໃນ ສປປ ລາວ ເປັນເວລາ 3 ປີ, Green SM ໄດ້ໃຫ້ບໍລິການເດີນທາງແລ້ວເກືອບ 4.6 ລ້ານຖ້ຽວ. ການຮ່ວມມືກັບ 10 ພັນທະມິດດ້ານຍຸດທະສາດໃນຄັ້ງນີ້ ຈະຊ່ວຍຂະຫຍາຍເຄືອຂ່າຍການເຊື່ອມໂຍງຂອງ Green SM ໃຫ້ກວ້າງຂວາງຍິ່ງຂຶ້ນ, ໂດຍມຸ່ງເນັ້ນການບູລະນາການບໍລິການເດີນທາງສີຂຽວເຂົ້າກັບສິ່ງອຳນວຍຄວາມສະດວກທີ່ຈຳເປັນ ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງຂອງປະຊາຊົນ ແລະ ນັກທ່ອງທ່ຽວໃຫ້ດີຍິ່ງຂຶ້ນ.
ຜ່ານການຮ່ວມມືຫຼາຍຂະແໜງການ, Green SM ແລະ ບັນດາພັນທະມິດຄາດຫວັງວ່າຈະຮ່ວມກັນຂະຫຍາຍໂອກາດໃນການເຂົ້າເຖິງທາງອອກດ້ານການເດີນທາງດ້ວຍລົດໄຟຟ້າ, ເພີ່ມສິ່ງອຳນວຍຄວາມສະດວກໃຫ້ແກ່ລູກຄ້າ ແລະ ປະກອບສ່ວນຜັກດັນແນວໂນ້ມການຄົມມະນາຄົມທີ່ຍືນຍົງໃນ ສປປ ລາວ./.

ນະຄອນຫຼວງວຽງຈັນ, ວັນທີ 9 ພະຈິກ 2026 – Green SM ປະກາດການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບ 10 ພັນທະມິດດ້ານຍຸດທະສາດໃນ ສປປ ລາວ ໃນຂະແໜງການການເງິນ–ທະນາຄານ, ໂທລະຄົມມະນາຄົມ, ການຊຳລະເງິນ, ການທ່ອງທ່ຽວ ແລະ ທີ່ພັກ. ຂໍ້ຕົກລົງດັ່ງກ່າວມີເປົ້າໝາຍເພື່ອເຊື່ອມໂຍງແພລດຟອມ, ບູລະນາການບໍລິການ ແລະ ພັດທະນາສິ່ງອຳນວຍຄວາມສະດວກສຳລັບລູກຄ້າ, ຊຶ່ງຈະຊ່ວຍຂະຫຍາຍລະບົບນິເວດການເດີນທາງສີຂຽວ ແລະ ຍົກລະດັບປະສົບການໃນການໃຊ້ບໍລິການ Green SM ໃນຕະຫຼາດລາວ. ພາຍໃຕ້ຫົວຂໍ້ “Green Alliance Frontier” – “ຈຸດບັນຈົບພົບກັນຂອງຜູ້ນຳໜ້າໃນເສດຖະກິດສີຂຽວ” ພິທີລົງນາມໄດ້ຈັດຂຶ້ນເນື່ອງໃນໂອກາດຄົບຮອບ 3 ປີ ທີ່ Green SM ເປີດໃຫ້ບໍລິການລົດແທັກຊີໄຟຟ້າຢ່າງເປັນທາງການໃນ “ດິນແດນລ້ານຊ້າງ” ໂດຍໄດ້ຮັບກຽດຈາກ ທ່ານ ຫງວຽນ ມິງ ເຕິມ (Ông Nguyễn Minh Tâm) – […]

ມີຜົນບັງຄັບໃຊ້ໃນ ສປປ ລາວ 1. ຊື່ໂຄງການ GREEN JOURNEY – ຄົ້ນພົບເສັ້ນທາງສີຂຽວ 2. ຜູ້ຈັດຕັ້ງໂຄງການ ບໍລິສັດ GREEN SMART MOBILITY JOINT STOCK COMPANY ຕໍ່ໄປນີ້ຈະເອີ້ນວ່າ “Green SM” ຫຼື “ຜູ້ຈັດຕັ້ງ”. 3. ຂອບເຂດການນຳໃຊ້ 3.1. ຂໍ້ກຳນົດ ແລະ ເງື່ອນໄຂສະບັບນີ້ (ຕໍ່ໄປນີ້ເອີ້ນວ່າ “ເງື່ອນໄຂ”) ນຳໃຊ້ກັບຜູ້ໃຊ້ບໍລິການ Green SM ໃນ ສປປ ລາວ ທີ່ມີຄຸນສົມບັດຄົບຖ້ວນຕາມເງື່ອນໄຂການເຂົ້າຮ່ວມທີ່ລະບຸໄວ້ໃນເອກະສານສະບັບນີ້. 3.2. ຜູ້ໃຊ້ບໍລິການໃນປະເທດອື່ນໆ ບໍ່ຢູ່ໃນຂອບເຂດການນຳໃຊ້ຂອງເງື່ອນໄຂສະບັບນີ້ ແລະ ຈະຕ້ອງປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂສະເພາະທີ່ນຳໃຊ້ໃນປະເທດນັ້ນໆ. 4. ໄລຍະເວລາຂອງໂຄງການ ວັນທີເລີ່ມຕົ້ນ: 14/10/2026 ວັນທີສິ້ນສຸດ: 31/12/2026 Green SM ຂໍສະຫງວນສິດໃນການປັບປ່ຽນ, ຂະຫຍາຍ, […]

ເພື່ອມອບທາງເລືອກການເດີນທາງທີ່ປະຢັດ ເປັນມິດກັບສິ່ງແວດລ້ອມ ແລະ ຊ່ວຍສົ່ງເສີມແນວໂນ້ມການຂົນສົ່ງສີຂຽວ, ບໍລິການ Green SM ໄດ້ເປີດຕົວໂປຣໂມຊັນ ຫຼຸດຄ່າໂດຍສາຍ 10% ສຳລັບລູກຄ້າໃນ ສປປລາວ ໂປຣໂມຊັນນີ້ນຳໃຊ້ຕັ້ງແຕ່ວັນທີ 11/03 ຫາ 31/03/2026, ເພື່ອໃຫ້ຜູ້ໃຊ້ບໍລິການມີໂອກາດສຳຜັດປະສົບການເດີນທາງດ້ວຍ ລົດໄຟຟ້າທັນສະໄໝ ໃນລາຄາທີ່ປະຢັດຫຼາຍຂຶ້ນ. ຂໍ້ມູນລາຍການ ສ່ວນຫຼຸດຄ່າໂດຍສານ: ຫຼຸດ 10%ຜູ້ມີສິດໄດ້ຮັບ: ລູກຄ້າທີ່ໃຊ້ບໍລິການ Green SM ໃນສປປລາວໄລຍະເວລານຳໃຊ້: 11/03/2026 – 31/03/2026 ຮ່ວມຂັບເຄື່ອນແຄມເປນ “Trade Gas for Electric” ໂປຣໂມຊັນຂອງ Green SM ເປັນສ່ວນໜຶ່ງຂອງແຄມເປນ “Trade Gas for Electric” ທີ່ດຳເນີນໂດຍ Vingroup ເພື່ອສົ່ງເສີມໃຫ້ຜູ້ໃຊ້ຫັນມາໃຊ້ພາຫະນະທີ່ໃຊ້ພະລັງງານໄຟຟ້າ. ແຄມເປນນີ້ເກີດຂຶ້ນໃນຂະນະທີ່ລາຄານ້ຳມັນໃນຕະຫຼາດໂລກມີຄວາມຜັນແປ ເຊິ່ງສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍໃນຊີວິດປະຈຳວັນ ແລະ ການເດີນທາງຂອງປະຊາຊົນ. ນອກຈາກສ່ວນຫຼຸດສຳລັບລູກຄ້າທີ່ປ່ຽນຈາກລົດນ້ຳມັນໄປເປັນລົດໄຟຟ້າ VinFast, ລາຍການສ່ວນຫຼຸດຄ່າໂດຍສານຂອງ Green SM […]

ນະຄອນຫຼວງວຽງຈັນ, ວັນທີ 4 ທັນວາ 2025 – ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນສໍາລັບຮູບແບບການຂົນສົ່ງທີ່ປອດໄພ, ມີຄວາມໂປ່ງໃສ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໃນກຸ່ມນັກທຸລະກິດທີ່ກຳລັງທີ່ປະກອບການຢູ່ ສປປ ລາວ, Green SM ລາວ ໄດ້ລົງນາມຂໍ້ຕົກລົງຮ່ວມມືເຊີງຍຸດທະສາດກັບສະມາຄົມນັກທຸລະກິດຫວຽດນາມຢູ່ລາວ (AVILA). ເຊິ່ງງານໃນຄັ້ງນີ້ ເປັນຂີດໝາຍແຫ່ງຄວາມກ້າວໜ້າທີ່ສຳຄັນໃນການຂະຫຍາຍທາງເລືອກການຂົນສົ່ງສີຂຽວໃນນະຄອນຫຼວງວຽງຈັນ ແລະ ພື້ນທີ່ໃກ້ຄຽງ, ເຊິ່ງສອດຄ່ອງກັບທິດທາງການພັດທະນາທີ່ຍືນຍົງທີ່ລັດຖະບານລາວກໍາລັງສົ່ງເສີມ ແລະ ຜັກດັນ. ຕາມການຕົກລົງ, ບໍລິສັດ Green SM ລາວ ຈະສະໜອງບໍລິການຂົນສົ່ງໂດຍສານດ້ວຍລົດໄຟຟ້າ ທີ່ຖືກອອກແບບໃຫ້ເໝາະສົມກັບຮູບແບບການໃຊ້ງານຂອງວິສາຫະກິດ, ລວມມີ Green SM Taxi, ບໍລິການຮັບ – ສົ່ງສະໜາມບິນ Green SM Airport ແລະ ແພັກເກັດບໍລິການເພື່ອໄປອອກງານ, ອອກເທດສະການຕ່າງໆ ຫຼື ຕາມຄວາມຕ້ອງການໃຊ້ຕົວຈິງ.ໄປພ້ອມກັນນັ້ນແມ່ນລະບົບຄຸ້ມຄອງການຂົນສົ່ງສຳລັບວິສາຫະກິດ ທີ່ຊ່ວຍໃຫ້ສາມາດຕິດຕາມເສັ້ນທາງເດີນທາງ, ເຮັດລາຍງານປະຈຳໄຕມາດ ແລະ ປະຢັດຄ່າໃຊ້ຈ່າຍການຂົນສົ່ງໂດຍສານ. ແນວທາງເຫຼົ່ານີ້ ມຸ້ງໝາຍເພື່ອຊ່ວຍໃຫ້ວິສາຫະກິດຍົກລະດັບປະສິດທິພາບໃນການດຳເນີນທຸລະກິດ ແລະ ພັດທະນາປະສົບການ […]
