05/04/2024 10:38

ແຊັງເອັດສເອັມລາວ ເປີດບໍລິການ ແທັກຊີ ໄຟຟ້າ ຢູ່ແຂວງຈໍາປາສັກ

ແຂວງຈໍາປາສັກ, ສປປ ລາວ, ວັນທີ 05/04/2024 – ຕໍ່ດ້ວຍຜົນສໍາເລັດດ້ານການບໍລິການລົດແທັກຊິໄຟຟ້າຢູ່ນະຄອນຫຼວງວຽງຈັນ, ເມືອງທ່ອງທ່ຽວວັງວຽງ ແລະ ແຂວງສະຫວັນນະເຂດ, ແຊັງເອັດສເອັມ ໄດ້ເປີດບໍລິການລົດແທັກຊີໄຟຟ້າຢູ່ ແຂວງຈໍາປາສັກ  ຢ່າງເປັນທາງການ. ການລົງໄປພາກໃຕ້ໃນຄັ້ງນີ້ ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດ ຕໍ່ກັບເປົ້າໝາຍຄວາມນິຍົມຂອງລົດໄຟຟ້າ ແລະ ການປົກປັກຮັກສາສິ່ງແວດລ້ອມໃນດິນແດນລາວລ້ານຊ້າງອີກດ້ວຍ.

ຕັ້ງແຕ່ວັນທີ 5 ເມສາ 2024, ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວທີ່ມາທ່ອງທ່ຽວ ແຂວງຈໍາປາສັກ ສາມາດນໍາໃຊ້ບໍລິການລົດແທັກຊີ ທີ່ໃຊ້ພະລັງງານໄຟຟ້າ 100%, ດ້ວຍມາດຕະຖານການບໍລິການລະດັບ 5 ດາວ, ຄຸນນະພາບທີ່ໂດດເດັ່ນ, ມີທີມງານຂັບລົດເປັນມືອາຊີບ ແລະ ເຂົ້າເຖິງປະຊາຊົນຄົນທ້ອງຖິ່ນ. ລູກຄ້າສາມາດເອີ້ນຈອງລົດໄດ້ງ່າຍໆຜ່ານແອັບພລິເຄຊັ່ນ Green SM Laos, ຂໍ້ມູນກ່ຽວການເດີນທາງ ແລະ ຄ່າໂດຍສານແມ່ນໄດ້ແຈ້ງໃຫ້ລູກຄ້າເຫັນແບບເປີດເຜີຍ ແລະ ໂປ່ງໃສໃນທຸກຖ້ຽວຂອງການເດີນທາງ, ຕິດຕໍ່ສາຍດ່ວນ 021 988 888 ຫຼື ເອີ້ນຈອງລົດທີ່ມີໄຟສັນຍານສີຂຽວເທິງລົດໄດ້ໂດຍກົງຕາມທ້ອງຖະໜົນ.

ເພື່ອເປັນການຕ້ອນຮັບການເປີດສາຂາໃໝ່ ພ້ອມກັບຕ້ອນຮັບມື້ສະເຫຼີມສະຫຼອງບຸນປີໃໝ່ລາວທີ່ຈະມາເຖິງນີ້, ແຊັງເອັດສເອັມລາວ ຈະມີໂປຣໂມຊັ່ນສຸດພິເສດ ມອບໃຫ້ສະເພາະ ແຂວງຈໍາປາສັກ. ເລີ່ມຕັ້ງແຕ່ວັນທີ 05 ຈົນເຖິງວັນທີ 16 ເມສາ ນີ້, ລູກຄ້າທີ່ດາວໂຫຼດແອັບ Green SM Laos ແລະ ເອີ້ນຈອງລົດແທັກຊີ ຈະໄດ້ຮັບລະຫັດສ່ວນຫຼຸດ 100% ຈໍານວນ 02 ລະຫັດ ໃນທຸກໆມື້ (ມູນຄ່າສູງສຸດເຖິງ 50,000 ກີບ). ນອກຈາກນີ້, Green SM Laos ຈະສືບຕໍ່ມອບລະຫັດສ່ວນຫຼຸດ 50% ໃຫ້ກັບລູກຄ້າ ຈຳນວນ 100 ລະຫັດ (ມູນຄ່າສູງສຸດເຖິງ 50,000 ກີບ) ໃນທຸກໆມື້, ສາມາດນໍາໃຊ້ໄດ້ ສູງສຸດ 3 ຖ້ຽວ/ມື້, ນັບແຕ່ມື້ວັນທີ 17 ເຖິງວັນທີ 30 ເມສາ ນີ້.
ການຕັດສິນໃຈຂະຫຍາຍໄປ ແຂວງຈໍາປາສັກ ໃນຄັ້ງນີ້ ແມ່ນເພື່ອເປັນການອານຸລັກຮັກສາສິ່ງແວດລ້ອມ ແລະ ທໍາມະຊາດສີຂຽວຂອງດິນແດນລາວລ້ານຊ້າງ ຖືເປັນການຕັດສິນໃຈເຊີງກົນລະຍຸດຂອງ ແຊັງເອັດສເອັມລາວ ໂດຍອີງຕາມຂໍ້ ໄດ້ປຽບທາງພູມສາດຂອງແຂວງຈໍາປາສັກ ເອງທີ່ເປັນສູນກາງດ້ານການຄ້າຫຼາຍປະເທດຕາມແລວທາງຕາເວັນອອກ – ຕາເວັນຕົກ. ແຂວງຈໍາປາສັກ ຍັງເປັນແຂວງໜຶ່ງທີ່ມີມໍລະດົກທາງວັດທະນາທໍາຢ່າງຫຼວງຫຼາຍ ຖືເປັນແຫຼ່ງທ່ອງທ່ຽວທີ່ສຳຄັນ ຂອງປະເທດລາວ ໂດຍສະເພາະມໍລະດົກໂລກວັດພູຈໍາປາສັກ. ນອກຈາກນີ້, ຍັງມີແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ມີຊື່ສຽງເປັນຈໍານວນຫຼາຍ ເຊັ່ນ ນໍ້າຕົກຄອນພະເພັງ, ນໍ້າຕົກລີຜີ ແລະ ນໍ້າຕົກຜາສ້ວມ ເປັນຕົ້ນ.

ທີ່ສໍາຄັນຂອງການຂະຫຍາຍໄປ ແຂວງຈໍາປາສັກ ໃນຄັ້ງນີ້ ແມ່ນການປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ ໃຫ້ປະຊາຊົນທ້ອງຖິ່ນຫຼາຍຄົວເຮືອນ, ໃຫ້ມີລາຍຮັບໝັ້ນຄົງ ແລະ ນະໂຍບາຍສະຫວັດດີການທີ່ເໝາະສົມ. ຍ້ອນຂໍ້ໄດ້ປຽບທີ່ໂດດເດັ່ນຂອງລົດໄຟຟ້າ VinFast ທີ່ບໍ່ມີການປ່ອຍມົນລະພິດ ແລະ ບໍ່ມີສຽງລົບກວນ, ບໍລິສັດ Green SM Laos ໄດ້ສ້າງຄວາມປະທັບໃຈໃຫ້ກັບປະຊາຊົນລາວນັບແຕ່ຄັ້ງທຳອິດ ພາຍຫລັງໄດ້ມີການເປີດຕົວທີ່ນະຄອນຫຼວງວຽງຈັນ ໃນວັນທີ 9 ພະຈິກ 2023. ແອັບ Green SM Laos ໄດ້ມີຍອດການດາວໂຫຼດຫຼາຍກວ່າ 200,000 ຄັ້ງໃນເດືອນທຳອິດ ແລະ ໄດ້ຕິດອັນດັບໜຶ່ງຂອງ “ແອັບດາວໂຫຼດຟຣີ” ຢ່າງໄວວາ, ໃນໝວດລາຍການແອັບທ່ອງທ່ຽວໃນ App Store ແລະ Google Play. ປັດຈຸບັນນີ້, ແຊັງເອັດສເອັມ ລາວ ມີທີມງານ ແລະ ລົດໄຟຟ້າຍີ່ຫໍ້ Vinfast VF 5 ສີຟ້າອ່ອນ ທີ່ເປັນເອກະລັກດ້ານເຄື່ອງໝາຍການຄ້າໃນ 4 ແຂວງຂອງປະເທດລາວນັ້ນກໍ່ຄື ນະຄອນຫຼວງວຽງຈັນ, ເມືອງທ່ອງທ່ຽວວັງວຽງ, ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ.

ລູກຄ້າສາມາດສຶກສາຂໍ້ມູນເພີ່ມເຕີມກ່ຽວກັບລົດແທັກຊີໄຟຟ້າ Green SM Taxi ຜ່ານ website: https://www.xanhsm.com/laos/ ຫຼື ດາວໂຫຼດແອັບ Green SM Laos ຕາມລິ້ງຂ້າງລຸ່ມນີ້:
· ສຳລັບ Android: https://bit.ly/XanhSMLaos1
· ສຳລັບ iOS: https://bit.ly/XanhSMLaos2
ລູກຄ້າເອີ້ນຈອງລົດຄັ້ງທຳອິດຈະໄດ້ຮັບລະຫັດສ່ວນຫຼຸດ 50% ຈຳນວນ 02 ລະຫັດ (ມູນຄ່າສູງສຸດ 50,000 ກີບ) ໂປຣໂມຊັ່ນສາມາດນໍາໃຊ້ໄດ້ພາຍໃນ 07 ວັນ ນັບແຕ່ມື້ດາວໂຫຼດ ແລະ ລົງທະບຽນນໍາໃຊ້ແອັບ Green SM Laos ເປັນຕົ້ນໄປ.

ໂພສຫຼ້າສຸດ
GREEN SM ຮ່ວມມືກັບ 10 ພັນທະມິດຍຸດທະສາດ ຂະຫຍາຍລະບົບນິເວດການເດີນທາງສີຂຽວໃນ ສປປ ລາວ
10 November 2026
ໃໝ່
GREEN SM ຮ່ວມມືກັບ 10 ພັນທະມິດຍຸດທະສາດ ຂະຫຍາຍລະບົບນິເວດການເດີນທາງສີຂຽວໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 9 ພະຈິກ 2026 – Green SM ປະກາດການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບ 10 ພັນທະມິດດ້ານຍຸດທະສາດໃນ ສປປ ລາວ ໃນຂະແໜງການການເງິນ–ທະນາຄານ, ໂທລະຄົມມະນາຄົມ, ການຊຳລະເງິນ, ການທ່ອງທ່ຽວ ແລະ ທີ່ພັກ. ຂໍ້ຕົກລົງດັ່ງກ່າວມີເປົ້າໝາຍເພື່ອເຊື່ອມໂຍງແພລດຟອມ, ບູລະນາການບໍລິການ ແລະ ພັດທະນາສິ່ງອຳນວຍຄວາມສະດວກສຳລັບລູກຄ້າ, ຊຶ່ງຈະຊ່ວຍຂະຫຍາຍລະບົບນິເວດການເດີນທາງສີຂຽວ ແລະ ຍົກລະດັບປະສົບການໃນການໃຊ້ບໍລິການ Green SM ໃນຕະຫຼາດລາວ. ພາຍໃຕ້ຫົວຂໍ້ “Green Alliance Frontier” – “ຈຸດບັນຈົບພົບກັນຂອງຜູ້ນຳໜ້າໃນເສດຖະກິດສີຂຽວ” ພິທີລົງນາມໄດ້ຈັດຂຶ້ນເນື່ອງໃນໂອກາດຄົບຮອບ 3 ປີ ທີ່ Green SM ເປີດໃຫ້ບໍລິການລົດແທັກຊີໄຟຟ້າຢ່າງເປັນທາງການໃນ “ດິນແດນລ້ານຊ້າງ” ໂດຍໄດ້ຮັບກຽດຈາກ ທ່ານ ຫງວຽນ ມິງ ເຕິມ (Ông Nguyễn Minh Tâm) – […]

logo-green-sm
14 October 2026
GREEN JOURNEY – ຂໍ້ກຳນົດ ແລະ ເງື່ອນໄຂ 

ມີຜົນບັງຄັບໃຊ້ໃນ ສປປ ລາວ  1. ຊື່ໂຄງການ  GREEN JOURNEY – ຄົ້ນພົບເສັ້ນທາງສີຂຽວ  2. ຜູ້ຈັດຕັ້ງໂຄງການ  ບໍລິສັດ GREEN SMART MOBILITY JOINT STOCK COMPANY  ຕໍ່ໄປນີ້ຈະເອີ້ນວ່າ “Green SM” ຫຼື “ຜູ້ຈັດຕັ້ງ”.  3. ຂອບເຂດການນຳໃຊ້  3.1. ຂໍ້ກຳນົດ ແລະ ເງື່ອນໄຂສະບັບນີ້ (ຕໍ່ໄປນີ້ເອີ້ນວ່າ “ເງື່ອນໄຂ”) ນຳໃຊ້ກັບຜູ້ໃຊ້ບໍລິການ Green SM ໃນ ສປປ ລາວ ທີ່ມີຄຸນສົມບັດຄົບຖ້ວນຕາມເງື່ອນໄຂການເຂົ້າຮ່ວມທີ່ລະບຸໄວ້ໃນເອກະສານສະບັບນີ້.  3.2. ຜູ້ໃຊ້ບໍລິການໃນປະເທດອື່ນໆ ບໍ່ຢູ່ໃນຂອບເຂດການນຳໃຊ້ຂອງເງື່ອນໄຂສະບັບນີ້ ແລະ ຈະຕ້ອງປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂສະເພາະທີ່ນຳໃຊ້ໃນປະເທດນັ້ນໆ.  4. ໄລຍະເວລາຂອງໂຄງການ  ວັນທີເລີ່ມຕົ້ນ: 14/10/2026  ວັນທີສິ້ນສຸດ: 31/12/2026  Green SM ຂໍສະຫງວນສິດໃນການປັບປ່ຽນ, ຂະຫຍາຍ, […]

LAOS_1200x675
14 March 2026
Green SM ຫຼຸດ 10% ໃນ ສປປ ລາວ ຕັ້ງແຕ່ 11/03 ຫາ 31/03/2026

ເພື່ອມອບທາງເລືອກການເດີນທາງທີ່ປະຢັດ ເປັນມິດກັບສິ່ງແວດລ້ອມ ແລະ ຊ່ວຍສົ່ງເສີມແນວໂນ້ມການຂົນສົ່ງສີຂຽວ, ບໍລິການ Green SM ໄດ້ເປີດຕົວໂປຣໂມຊັນ ຫຼຸດຄ່າໂດຍສາຍ 10% ສຳລັບລູກຄ້າໃນ ສປປລາວ ໂປຣໂມຊັນນີ້ນຳໃຊ້ຕັ້ງແຕ່ວັນທີ 11/03 ຫາ 31/03/2026, ເພື່ອໃຫ້ຜູ້ໃຊ້ບໍລິການມີໂອກາດສຳຜັດປະສົບການເດີນທາງດ້ວຍ ລົດໄຟຟ້າທັນສະໄໝ ໃນລາຄາທີ່ປະຢັດຫຼາຍຂຶ້ນ. ຂໍ້ມູນລາຍການ ສ່ວນຫຼຸດຄ່າໂດຍສານ: ຫຼຸດ 10%ຜູ້ມີສິດໄດ້ຮັບ: ລູກຄ້າທີ່ໃຊ້ບໍລິການ Green SM ໃນສປປລາວໄລຍະເວລານຳໃຊ້: 11/03/2026 – 31/03/2026 ຮ່ວມຂັບເຄື່ອນແຄມເປນ “Trade Gas for Electric” ໂປຣໂມຊັນຂອງ Green SM ເປັນສ່ວນໜຶ່ງຂອງແຄມເປນ “Trade Gas for Electric” ທີ່ດຳເນີນໂດຍ Vingroup ເພື່ອສົ່ງເສີມໃຫ້ຜູ້ໃຊ້ຫັນມາໃຊ້ພາຫະນະທີ່ໃຊ້ພະລັງງານໄຟຟ້າ. ແຄມເປນນີ້ເກີດຂຶ້ນໃນຂະນະທີ່ລາຄານ້ຳມັນໃນຕະຫຼາດໂລກມີຄວາມຜັນແປ ເຊິ່ງສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍໃນຊີວິດປະຈຳວັນ ແລະ ການເດີນທາງຂອງປະຊາຊົນ. ນອກຈາກສ່ວນຫຼຸດສຳລັບລູກຄ້າທີ່ປ່ຽນຈາກລົດນ້ຳມັນໄປເປັນລົດໄຟຟ້າ VinFast, ລາຍການສ່ວນຫຼຸດຄ່າໂດຍສານຂອງ Green SM […]

Signing ceremony between Green SM and the Vietnam Business Association in Laos (AVILA)
04 December 2025
Green SM ໄດ້ລົງນາມເຊັນສັນຍາຮ່ວມມືເຊີງຍຸດທະສາດ ກັບສະມາຄົມນັກທຸລະກິດຫວຽດນາມ ປະຈຳລາວ (AVILA) ຂະຫຍາຍທາງເລືອກໃນການເດີນທາງສີຂຽວໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 4 ທັນວາ 2025 – ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນສໍາລັບຮູບແບບການຂົນສົ່ງທີ່ປອດໄພ, ມີຄວາມໂປ່ງໃສ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໃນກຸ່ມນັກທຸລະກິດທີ່ກຳລັງທີ່ປະກອບການຢູ່ ສປປ ລາວ, Green SM ລາວ ໄດ້ລົງນາມຂໍ້ຕົກລົງຮ່ວມມືເຊີງຍຸດທະສາດກັບສະມາຄົມນັກທຸລະກິດຫວຽດນາມຢູ່ລາວ (AVILA). ເຊິ່ງງານໃນຄັ້ງນີ້ ເປັນຂີດໝາຍແຫ່ງຄວາມກ້າວໜ້າທີ່ສຳຄັນໃນການຂະຫຍາຍທາງເລືອກການຂົນສົ່ງສີຂຽວໃນນະຄອນຫຼວງວຽງຈັນ ແລະ ພື້ນທີ່ໃກ້ຄຽງ, ເຊິ່ງສອດຄ່ອງກັບທິດທາງການພັດທະນາທີ່ຍືນຍົງທີ່ລັດຖະບານລາວກໍາລັງສົ່ງເສີມ ແລະ ຜັກດັນ. ຕາມການຕົກລົງ, ບໍລິສັດ Green SM ລາວ ຈະສະໜອງບໍລິການຂົນສົ່ງໂດຍສານດ້ວຍລົດໄຟຟ້າ ທີ່ຖືກອອກແບບໃຫ້ເໝາະສົມກັບຮູບແບບການໃຊ້ງານຂອງວິສາຫະກິດ, ລວມມີ Green SM Taxi, ບໍລິການຮັບ – ສົ່ງສະໜາມບິນ Green SM Airport ແລະ ແພັກເກັດບໍລິການເພື່ອໄປອອກງານ, ອອກເທດສະການຕ່າງໆ ຫຼື ຕາມຄວາມຕ້ອງການໃຊ້ຕົວຈິງ.ໄປພ້ອມກັນນັ້ນແມ່ນລະບົບຄຸ້ມຄອງການຂົນສົ່ງສຳລັບວິສາຫະກິດ ທີ່ຊ່ວຍໃຫ້ສາມາດຕິດຕາມເສັ້ນທາງເດີນທາງ, ເຮັດລາຍງານປະຈຳໄຕມາດ ແລະ ປະຢັດຄ່າໃຊ້ຈ່າຍການຂົນສົ່ງໂດຍສານ. ແນວທາງເຫຼົ່ານີ້ ມຸ້ງໝາຍເພື່ອຊ່ວຍໃຫ້ວິສາຫະກິດຍົກລະດັບປະສິດທິພາບໃນການດຳເນີນທຸລະກິດ ແລະ ພັດທະນາປະສົບການ […]

XanhSM Sole Co., Ltd
ສາຍດ່ວນ: 021 988 888
ອີເມວບໍລິສັດ: support.la@greensm.com
ຖະໜົນໄກສອນພົມວິຫານ,ບ້ານພະຂາວ,ໄຊທານີ,ນະຄອນຫຼວງວຽງຈັນ
ຊັບພະສົງທັງໝົດ
FacebookLinkedIn
© 2026 Green SM. ສະຫງວນລິຂະສິດທຸກປະການ. | ຂໍ້ກຳນົດ ແລະ ກົດໝາຍ | ນະໂຍບາຍຄວາມເປັນສ່ວນຕົວ | ການຕັ້ງຄ່າ Cookies
google play
apple store
ສະແກນເພື່ອດາວໂຫລດແອັບ
Download app qrcode
Download app qrcode