GREEN SM LAOS ເປີດບໍລິການ ແທັກຊີ ໄຟຟ້າ ຢູ່ແຂວງສະຫວັນນະເຂດ
ແຂວງສະຫວັນນະເຂດ, ສປປ ລາວ, ວັນທີ01/03/2024 –ພາຍຫຼັງເປີດໃຫ້ບໍລິການຢູ່ສາຂານະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວວັງວຽງ, ບໍລິສັດ Green SM Laos ໄດ້ຂະຫຍາຍການບໍລິການລົດແທັກຊີໄຟຟ້າຢ່າງເປັນທາງການໃນແຂວງສະຫວັນນະເຂດ.ເຊິ່ງບໍ່ພຽງແຕ່ເປັນຂີດໝາຍບາດກ້າວແຫ່ງການຈະເລີນເຕີບໂຕຂອງເຄື່ອງໝາຍການຄ້າ Green SM ເທົ່ານັ້ນ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດຕໍ່ກັບເປົ້າໝາຍຄວາມນິຍົມຂອງລົດໄຟຟ້າ ແລະ ການປົກປັກຮັກສາສິ່ງແວດລ້ອມໃນປະເທດລາວລ້ານຊ້າງອີກດ້ວຍ.
ດັ່ງທີ່ກ່າວມານັ້ນ, ແຕ່ວັນທີ 1 ມີນາ 2024, ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວທີ່ມາທ່ອງທ່ຽວແຂວງສະຫວັນນະເຂດ ສາມາດໃຊ້ບໍລິການລົດແທັກຊີທີ່ໃຊ້ພະລັງງານໄຟຟ້າ 100%, ດ້ວຍມາດຕະຖານບໍລິການ 5 ດາວ, ຄຸນນະພາບທີ່ໂດດເດັ່ນ ແລະ ມີທີມງານຂັບລົດເປັນມືອາຊີບ. ລູກຄ້າສາມາດເອີ້ນຈອງລົດໄດ້ງ່າຍໆຜ່ານແອັບ ພລິເຄຊັ່ນ Green SM Laos, ຕິດຕໍ່ສາຍດ່ວນ 021 988 888 ຫຼື ເອີ້ນຈອງລົດໄດ້ໂດຍກົງຕາມທ້ອງຖະໜົນ. ຂໍ້ມູນກ່ຽວການເດີນທາງ ແລະ ຄ່າໂດຍສານແມ່ນໄດ້ແຈ້ງໃຫ້ລູກຄ້າເຫັນແບບເປີດເຜີຍ ແລະ ໂປ່ງໃສໃນທຸກຖ້ຽວຂອງການເດີນທາງ.

ເພື່ອເປັນການຕ້ອນຮັບການເປີດສາຂາໃໝ່ນີ້, Green SM Laos ຈະມີໂປຣໂມຊັ່ນສຸດພິເສດ ມອບໃຫ້ສະເພາະແຂວງສະຫວັນນະເຂດ. ເລີ່ມແຕ່ວັນທີ 01-10/3 ນີ້, ລູກຄ້າທີ່ດາວໂຫຼດແອັບ Green SM Laos ແລະ ເອີ້ນຈອງລົດແທັກຊີ ຈະໄດ້ຮັບລະຫັດສ່ວນຫຼຸດ 100% ຈໍານວນ 02 ລະຫັດ ໃນທຸກໆມື້ (ມູນຄ່າສູງສຸດ 50,000 ກີບ). ນອກຈາກນັ້ນ, ເນື່ອງໃນໂອກາດເປີດປີທ່ອງທ່ຽວລາວ ທີ່ແຂວງສະຫວັນນະເຂດ, ບໍລິສັດ ແຊັງ ເອັດສເອັມ ລາວ Green SM Laos ຈະສືບຕໍ່ມອບລະຫັດສ່ວນຫຼຸດ 50% ໃຫ້ກັບລູກຄ້າ ຈຳນວນ 100 ລະຫັດ (ມູນຄ່າສູງສຸດ 50,000 ກີບ) ໃນທຸກໆມື້, ສາມາດນໍາໃຊ້ໄດ້ ສູງສຸດ 3 ຖ້ຽວ/ມື້, ນັບແຕ່ມື້ວັນທີ 11 ມີນາ ເຖິງວັນທີ 17 ມີນາ ນີ້.

ໃນເບື້ອງຕົ້ນ, ບໍລິສັດ ແຊັງເອັດສເອັມລາວ ໄດ້ນຳເຂົ້າລົດຍົນ ຍີ່ຫໍ້ VinFast VF5 Plus ຈຳນວນ 100 ຄັນ, ມີສີທີ່ເປັນເອກະລັກຄື ສີຟ້າອ່ອນ, ເຄື່ອນໄຫວຢູ່ ແຂວງສະຫວັນນະເຂດ. ການເລືອກເອົາແຂວງສະຫວັນນະເຂດ ກໍ່ເພື່ອເປັນການຂະຫຍາຍການບໍລິການລົດແທັກຊີໄຟຟ້າ ເຊິ່ງນອນຢູ່ໃນແຜນຍຸດທະສາດຂອງ Green SM Laos ທີ່ຈະຂະຫຍາຍການພັດທະນາບໍລິການລົດແທັກຊີໄຟຟ້າໃນ ສປປ ລາວ. ພ້ອມທັງເປັນການປະກອບສ່ວນສ້າງຄວາມນິຍົມທາງດ້ານການເດີນທາງສີຂຽວໃຫ້ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວສາກົນ. ໃນອະນາຄົດ, ແຊັງເອັດສເອັມລາວ ຈະສືບຕໍ່ຂະຫຍາຍ “ການເດີນທາງສີຂຽວ” ໄປບັນດາແຂວງ, ນະຄອນຕ່າງໆເຊັ່ນ: ນະຄອນຫຼວງພະບາງ, ນະຄອນຈໍາປາສັກ… ໃນຄັ້ງໄປ.
ນອກຈາກນີ້, ການຂະຫຍາຍການບໍລິການຂອງ ແຊັງເອັດສເອັມລາວ ຢູ່ແຂວງສະຫວັນນະເຂດ ຍັງເປັນການປະກອບສ່ວນສ້າງວຽກເຮັດງານທຳ ໃຫ້ປະຊາຊົນທ້ອງຖິ່ນໄດ້ຢ່າງຫຼວງຫຼາຍ, ດ້ວຍຫຼັກສູດການຝຶກອົບຮົມ ຢ່າງເປັນລະບົບ, ມີລາຍຮັບໝັ້ນຄົງ ແລະ ນະໂຍບາຍສະຫວັດດີການຢ່າງເໝາະສົມ.

ຍ້ອນຂໍ້ໄດ້ປຽບທີ່ໂດດເດັ່ນຂອງລົດໄຟຟ້າ VinFast ທີ່ບໍ່ມີການປ່ອຍມົນລະພິດ ແລະ ບໍ່ມີສຽງລົບກວນ, ບໍລິສັດ Green SM Laos ໄດ້ສ້າງຄວາມປະທັບໃຈໃຫ້ກັບປະຊາຊົນລາວນັບແຕ່ຄັ້ງທຳອິດ ພາຍຫລັງໄດ້ມີການເປີດຕົວທີ່ນະຄອນຫຼວງວຽງຈັນ ໃນວັນທີ 9 ພະຈິກ 2023. ແອັບ Green SM Laos ໄດ້ມີຍອດການດາວໂຫຼດຫຼາຍກວ່າ 200,000 ຄັ້ງໃນເດືອນທຳອິດ ແລະ ໄດ້ຕິດອັນດັບໜຶ່ງຂອງ “ແອັບດາວໂຫຼດຟຣີ” ຢ່າງໄວວາ, ໃນໝວດລາຍການແອັບທ່ອງທ່ຽວໃນ App Store ແລະ Google Play.

ຜົນສຳເລັດຂອງ ບໍລິສັດ ແຊັງເອັດສເອັມລາວ ຢູ່ສາຂາ ນະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວ ວັງວຽງ ເປັນບາດກ້າວທີ່ເອື້ອອໍານວຍໃຫ້ບໍລິສັດສາມາດສືບຕໍ່ຂະຫຍາຍການບໍລິການໄປສູ່ແຂວງສະຫວັນນະເຂດ ກໍຄືຫຼາຍແຂວງ ແລະ ນະຄອນໃນຂັ້ນຕໍ່ໄປ./.
| ລູກຄ້າສາມາດສຶກສາຂໍ້ມູນເພີ່ມເຕີມກ່ຽວກັບລົດແທັກຊີໄຟຟ້າ Green SM Taxi ຜ່ານ website: https://www.xanhsm.com/laos/ ຫຼື ດາວໂຫຼດແອັບ Green SM Laos ຕາມລິ້ງຂ້າງລຸ່ມນີ້: · ສຳລັບ Android: https://bit.ly/XanhSMLaos1 · ສຳລັບ iOS: https://bit.ly/XanhSMLaos2 ລູກຄ້າເອີ້ນຈອງລົດຄັ້ງທຳອິດຈະໄດ້ຮັບລະຫັດສ່ວນຫຼຸດ 50% ຈຳນວນ 02 ລະຫັດ (ມູນຄ່າສູງສຸດ 50,000 ກີບ) ໂປຣໂມຊັ່ນສາມາດນໍາໃຊ້ໄດ້ພາຍໃນ 07 ວັນ ນັບແຕ່ມື້ດາວໂຫຼດ ແລະ ລົງທະບຽນນໍາໃຊ້ແອັບ Green SM Laos ເປັນຕົ້ນໄປ. |

ນະຄອນຫຼວງວຽງຈັນ, ວັນທີ 9 ພະຈິກ 2026 – Green SM ປະກາດການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບ 10 ພັນທະມິດດ້ານຍຸດທະສາດໃນ ສປປ ລາວ ໃນຂະແໜງການການເງິນ–ທະນາຄານ, ໂທລະຄົມມະນາຄົມ, ການຊຳລະເງິນ, ການທ່ອງທ່ຽວ ແລະ ທີ່ພັກ. ຂໍ້ຕົກລົງດັ່ງກ່າວມີເປົ້າໝາຍເພື່ອເຊື່ອມໂຍງແພລດຟອມ, ບູລະນາການບໍລິການ ແລະ ພັດທະນາສິ່ງອຳນວຍຄວາມສະດວກສຳລັບລູກຄ້າ, ຊຶ່ງຈະຊ່ວຍຂະຫຍາຍລະບົບນິເວດການເດີນທາງສີຂຽວ ແລະ ຍົກລະດັບປະສົບການໃນການໃຊ້ບໍລິການ Green SM ໃນຕະຫຼາດລາວ. ພາຍໃຕ້ຫົວຂໍ້ “Green Alliance Frontier” – “ຈຸດບັນຈົບພົບກັນຂອງຜູ້ນຳໜ້າໃນເສດຖະກິດສີຂຽວ” ພິທີລົງນາມໄດ້ຈັດຂຶ້ນເນື່ອງໃນໂອກາດຄົບຮອບ 3 ປີ ທີ່ Green SM ເປີດໃຫ້ບໍລິການລົດແທັກຊີໄຟຟ້າຢ່າງເປັນທາງການໃນ “ດິນແດນລ້ານຊ້າງ” ໂດຍໄດ້ຮັບກຽດຈາກ ທ່ານ ຫງວຽນ ມິງ ເຕິມ (Ông Nguyễn Minh Tâm) – […]

ມີຜົນບັງຄັບໃຊ້ໃນ ສປປ ລາວ 1. ຊື່ໂຄງການ GREEN JOURNEY – ຄົ້ນພົບເສັ້ນທາງສີຂຽວ 2. ຜູ້ຈັດຕັ້ງໂຄງການ ບໍລິສັດ GREEN SMART MOBILITY JOINT STOCK COMPANY ຕໍ່ໄປນີ້ຈະເອີ້ນວ່າ “Green SM” ຫຼື “ຜູ້ຈັດຕັ້ງ”. 3. ຂອບເຂດການນຳໃຊ້ 3.1. ຂໍ້ກຳນົດ ແລະ ເງື່ອນໄຂສະບັບນີ້ (ຕໍ່ໄປນີ້ເອີ້ນວ່າ “ເງື່ອນໄຂ”) ນຳໃຊ້ກັບຜູ້ໃຊ້ບໍລິການ Green SM ໃນ ສປປ ລາວ ທີ່ມີຄຸນສົມບັດຄົບຖ້ວນຕາມເງື່ອນໄຂການເຂົ້າຮ່ວມທີ່ລະບຸໄວ້ໃນເອກະສານສະບັບນີ້. 3.2. ຜູ້ໃຊ້ບໍລິການໃນປະເທດອື່ນໆ ບໍ່ຢູ່ໃນຂອບເຂດການນຳໃຊ້ຂອງເງື່ອນໄຂສະບັບນີ້ ແລະ ຈະຕ້ອງປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂສະເພາະທີ່ນຳໃຊ້ໃນປະເທດນັ້ນໆ. 4. ໄລຍະເວລາຂອງໂຄງການ ວັນທີເລີ່ມຕົ້ນ: 14/10/2026 ວັນທີສິ້ນສຸດ: 31/12/2026 Green SM ຂໍສະຫງວນສິດໃນການປັບປ່ຽນ, ຂະຫຍາຍ, […]

ເພື່ອມອບທາງເລືອກການເດີນທາງທີ່ປະຢັດ ເປັນມິດກັບສິ່ງແວດລ້ອມ ແລະ ຊ່ວຍສົ່ງເສີມແນວໂນ້ມການຂົນສົ່ງສີຂຽວ, ບໍລິການ Green SM ໄດ້ເປີດຕົວໂປຣໂມຊັນ ຫຼຸດຄ່າໂດຍສາຍ 10% ສຳລັບລູກຄ້າໃນ ສປປລາວ ໂປຣໂມຊັນນີ້ນຳໃຊ້ຕັ້ງແຕ່ວັນທີ 11/03 ຫາ 31/03/2026, ເພື່ອໃຫ້ຜູ້ໃຊ້ບໍລິການມີໂອກາດສຳຜັດປະສົບການເດີນທາງດ້ວຍ ລົດໄຟຟ້າທັນສະໄໝ ໃນລາຄາທີ່ປະຢັດຫຼາຍຂຶ້ນ. ຂໍ້ມູນລາຍການ ສ່ວນຫຼຸດຄ່າໂດຍສານ: ຫຼຸດ 10%ຜູ້ມີສິດໄດ້ຮັບ: ລູກຄ້າທີ່ໃຊ້ບໍລິການ Green SM ໃນສປປລາວໄລຍະເວລານຳໃຊ້: 11/03/2026 – 31/03/2026 ຮ່ວມຂັບເຄື່ອນແຄມເປນ “Trade Gas for Electric” ໂປຣໂມຊັນຂອງ Green SM ເປັນສ່ວນໜຶ່ງຂອງແຄມເປນ “Trade Gas for Electric” ທີ່ດຳເນີນໂດຍ Vingroup ເພື່ອສົ່ງເສີມໃຫ້ຜູ້ໃຊ້ຫັນມາໃຊ້ພາຫະນະທີ່ໃຊ້ພະລັງງານໄຟຟ້າ. ແຄມເປນນີ້ເກີດຂຶ້ນໃນຂະນະທີ່ລາຄານ້ຳມັນໃນຕະຫຼາດໂລກມີຄວາມຜັນແປ ເຊິ່ງສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍໃນຊີວິດປະຈຳວັນ ແລະ ການເດີນທາງຂອງປະຊາຊົນ. ນອກຈາກສ່ວນຫຼຸດສຳລັບລູກຄ້າທີ່ປ່ຽນຈາກລົດນ້ຳມັນໄປເປັນລົດໄຟຟ້າ VinFast, ລາຍການສ່ວນຫຼຸດຄ່າໂດຍສານຂອງ Green SM […]

ນະຄອນຫຼວງວຽງຈັນ, ວັນທີ 4 ທັນວາ 2025 – ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນສໍາລັບຮູບແບບການຂົນສົ່ງທີ່ປອດໄພ, ມີຄວາມໂປ່ງໃສ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໃນກຸ່ມນັກທຸລະກິດທີ່ກຳລັງທີ່ປະກອບການຢູ່ ສປປ ລາວ, Green SM ລາວ ໄດ້ລົງນາມຂໍ້ຕົກລົງຮ່ວມມືເຊີງຍຸດທະສາດກັບສະມາຄົມນັກທຸລະກິດຫວຽດນາມຢູ່ລາວ (AVILA). ເຊິ່ງງານໃນຄັ້ງນີ້ ເປັນຂີດໝາຍແຫ່ງຄວາມກ້າວໜ້າທີ່ສຳຄັນໃນການຂະຫຍາຍທາງເລືອກການຂົນສົ່ງສີຂຽວໃນນະຄອນຫຼວງວຽງຈັນ ແລະ ພື້ນທີ່ໃກ້ຄຽງ, ເຊິ່ງສອດຄ່ອງກັບທິດທາງການພັດທະນາທີ່ຍືນຍົງທີ່ລັດຖະບານລາວກໍາລັງສົ່ງເສີມ ແລະ ຜັກດັນ. ຕາມການຕົກລົງ, ບໍລິສັດ Green SM ລາວ ຈະສະໜອງບໍລິການຂົນສົ່ງໂດຍສານດ້ວຍລົດໄຟຟ້າ ທີ່ຖືກອອກແບບໃຫ້ເໝາະສົມກັບຮູບແບບການໃຊ້ງານຂອງວິສາຫະກິດ, ລວມມີ Green SM Taxi, ບໍລິການຮັບ – ສົ່ງສະໜາມບິນ Green SM Airport ແລະ ແພັກເກັດບໍລິການເພື່ອໄປອອກງານ, ອອກເທດສະການຕ່າງໆ ຫຼື ຕາມຄວາມຕ້ອງການໃຊ້ຕົວຈິງ.ໄປພ້ອມກັນນັ້ນແມ່ນລະບົບຄຸ້ມຄອງການຂົນສົ່ງສຳລັບວິສາຫະກິດ ທີ່ຊ່ວຍໃຫ້ສາມາດຕິດຕາມເສັ້ນທາງເດີນທາງ, ເຮັດລາຍງານປະຈຳໄຕມາດ ແລະ ປະຢັດຄ່າໃຊ້ຈ່າຍການຂົນສົ່ງໂດຍສານ. ແນວທາງເຫຼົ່ານີ້ ມຸ້ງໝາຍເພື່ອຊ່ວຍໃຫ້ວິສາຫະກິດຍົກລະດັບປະສິດທິພາບໃນການດຳເນີນທຸລະກິດ ແລະ ພັດທະນາປະສົບການ […]
