GREEN SM ແຈ້ງການຢຸດໃຫ້ບໍລິການທີ່ວັງວຽງ
ວັນທີ 30 ເດືອນກໍລະກົດ 2025 – Green SM ຂໍແຈ້ງຢ່າງເປັນທາງການວ່າ ບໍລິສັດຈະຢຸດໃຫ້ບໍລິການຢູ່ໃນເຂດພື້ນທີ່ວັງວຽງ ປະເທດລາວ ຕັ້ງແຕ່ວັນທີ 31/7/2025 ເປັນຕົ້ນໄປ

ຂໍຕົກລົງນີ້ເປັນສ່ວນໜຶ່ງໃນຄົງການທົດສອບແລະປັບປຸງການບໍລິການໃຫ້ມີປະສິດທິພາບ ແລະ ໂດຍມຸ່ງເນັ້ນໃຫ້ຢ່າງມີປະສິດທິຜົນ ໃນຕະຫຼາດນະຄອນວຽງຈັນ ເຊິ່ງເປັນພື້ນທີ່ທີ່ກໍາລັງສະແດງໃຫ້ເຫັນຖຶງການເຕີບໂຕຢ່າງສູງຂອງຕະຫລາດ, ສະນັ້ນ ລົດ Green SM ທີ່ປະຈຳຢູ່ເມືອງວັງວຽງ ຈະຖືກປັບປ່ຽນໄປປະຈຳຢູ່ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ໃນການຕອບສະໜອງຄວາມຕ້ອງການດ້ານການເດີນທາງທີ່ຍືນຍົງ ແລະເພື່ອໃຫ້ບໍລິການຢູ່ໃນລະດັບສູງສຸດແກ່ລູກຄ້າ.
Green SM ໄດ້ສັນຍາວ່າຈະສືບຕໍ່ພັດທະນາການເດີນທາງທີ່ຍືນຍົງໃນບັນດາໂຕເມືອງແລະໃນພື້ນທີ່, ມຸ່ງໜ້າໄປສູ່ເປົ້າໝາຍໃນການຫຼຸດຜ່ອນການປ່ອຍມົນລະພິດ, ປົກປັກຮັກສາສິ່ງແວດລ້ອມ ແລະຍົກລະດັບຜູ້ໃຊ້ບໍລິການ.
ເພື່ອໄດ້ຮັບການຊ່ວຍເຫຼືອ ແລະຄໍາແນະນໍາຂໍ້ມູນຕ່າງໆ, ຂໍຄວາມກະລຸນາຈາກລູກຄ້າຕິດຕໍ່ຜ່ານເບີໂທລະສັບສາຍດ່ວນ: 021 988888
Green SM ຂໍຂອບໃຈທ່ານຢ່າງສູງ

ນະຄອນຫຼວງວຽງຈັນ, ວັນທີ 9 ພະຈິກ 2026 – Green SM ປະກາດການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບ 10 ພັນທະມິດດ້ານຍຸດທະສາດໃນ ສປປ ລາວ ໃນຂະແໜງການການເງິນ–ທະນາຄານ, ໂທລະຄົມມະນາຄົມ, ການຊຳລະເງິນ, ການທ່ອງທ່ຽວ ແລະ ທີ່ພັກ. ຂໍ້ຕົກລົງດັ່ງກ່າວມີເປົ້າໝາຍເພື່ອເຊື່ອມໂຍງແພລດຟອມ, ບູລະນາການບໍລິການ ແລະ ພັດທະນາສິ່ງອຳນວຍຄວາມສະດວກສຳລັບລູກຄ້າ, ຊຶ່ງຈະຊ່ວຍຂະຫຍາຍລະບົບນິເວດການເດີນທາງສີຂຽວ ແລະ ຍົກລະດັບປະສົບການໃນການໃຊ້ບໍລິການ Green SM ໃນຕະຫຼາດລາວ. ພາຍໃຕ້ຫົວຂໍ້ “Green Alliance Frontier” – “ຈຸດບັນຈົບພົບກັນຂອງຜູ້ນຳໜ້າໃນເສດຖະກິດສີຂຽວ” ພິທີລົງນາມໄດ້ຈັດຂຶ້ນເນື່ອງໃນໂອກາດຄົບຮອບ 3 ປີ ທີ່ Green SM ເປີດໃຫ້ບໍລິການລົດແທັກຊີໄຟຟ້າຢ່າງເປັນທາງການໃນ “ດິນແດນລ້ານຊ້າງ” ໂດຍໄດ້ຮັບກຽດຈາກ ທ່ານ ຫງວຽນ ມິງ ເຕິມ (Ông Nguyễn Minh Tâm) – […]

ມີຜົນບັງຄັບໃຊ້ໃນ ສປປ ລາວ 1. ຊື່ໂຄງການ GREEN JOURNEY – ຄົ້ນພົບເສັ້ນທາງສີຂຽວ 2. ຜູ້ຈັດຕັ້ງໂຄງການ ບໍລິສັດ GREEN SMART MOBILITY JOINT STOCK COMPANY ຕໍ່ໄປນີ້ຈະເອີ້ນວ່າ “Green SM” ຫຼື “ຜູ້ຈັດຕັ້ງ”. 3. ຂອບເຂດການນຳໃຊ້ 3.1. ຂໍ້ກຳນົດ ແລະ ເງື່ອນໄຂສະບັບນີ້ (ຕໍ່ໄປນີ້ເອີ້ນວ່າ “ເງື່ອນໄຂ”) ນຳໃຊ້ກັບຜູ້ໃຊ້ບໍລິການ Green SM ໃນ ສປປ ລາວ ທີ່ມີຄຸນສົມບັດຄົບຖ້ວນຕາມເງື່ອນໄຂການເຂົ້າຮ່ວມທີ່ລະບຸໄວ້ໃນເອກະສານສະບັບນີ້. 3.2. ຜູ້ໃຊ້ບໍລິການໃນປະເທດອື່ນໆ ບໍ່ຢູ່ໃນຂອບເຂດການນຳໃຊ້ຂອງເງື່ອນໄຂສະບັບນີ້ ແລະ ຈະຕ້ອງປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂສະເພາະທີ່ນຳໃຊ້ໃນປະເທດນັ້ນໆ. 4. ໄລຍະເວລາຂອງໂຄງການ ວັນທີເລີ່ມຕົ້ນ: 14/10/2026 ວັນທີສິ້ນສຸດ: 31/12/2026 Green SM ຂໍສະຫງວນສິດໃນການປັບປ່ຽນ, ຂະຫຍາຍ, […]

ເພື່ອມອບທາງເລືອກການເດີນທາງທີ່ປະຢັດ ເປັນມິດກັບສິ່ງແວດລ້ອມ ແລະ ຊ່ວຍສົ່ງເສີມແນວໂນ້ມການຂົນສົ່ງສີຂຽວ, ບໍລິການ Green SM ໄດ້ເປີດຕົວໂປຣໂມຊັນ ຫຼຸດຄ່າໂດຍສາຍ 10% ສຳລັບລູກຄ້າໃນ ສປປລາວ ໂປຣໂມຊັນນີ້ນຳໃຊ້ຕັ້ງແຕ່ວັນທີ 11/03 ຫາ 31/03/2026, ເພື່ອໃຫ້ຜູ້ໃຊ້ບໍລິການມີໂອກາດສຳຜັດປະສົບການເດີນທາງດ້ວຍ ລົດໄຟຟ້າທັນສະໄໝ ໃນລາຄາທີ່ປະຢັດຫຼາຍຂຶ້ນ. ຂໍ້ມູນລາຍການ ສ່ວນຫຼຸດຄ່າໂດຍສານ: ຫຼຸດ 10%ຜູ້ມີສິດໄດ້ຮັບ: ລູກຄ້າທີ່ໃຊ້ບໍລິການ Green SM ໃນສປປລາວໄລຍະເວລານຳໃຊ້: 11/03/2026 – 31/03/2026 ຮ່ວມຂັບເຄື່ອນແຄມເປນ “Trade Gas for Electric” ໂປຣໂມຊັນຂອງ Green SM ເປັນສ່ວນໜຶ່ງຂອງແຄມເປນ “Trade Gas for Electric” ທີ່ດຳເນີນໂດຍ Vingroup ເພື່ອສົ່ງເສີມໃຫ້ຜູ້ໃຊ້ຫັນມາໃຊ້ພາຫະນະທີ່ໃຊ້ພະລັງງານໄຟຟ້າ. ແຄມເປນນີ້ເກີດຂຶ້ນໃນຂະນະທີ່ລາຄານ້ຳມັນໃນຕະຫຼາດໂລກມີຄວາມຜັນແປ ເຊິ່ງສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍໃນຊີວິດປະຈຳວັນ ແລະ ການເດີນທາງຂອງປະຊາຊົນ. ນອກຈາກສ່ວນຫຼຸດສຳລັບລູກຄ້າທີ່ປ່ຽນຈາກລົດນ້ຳມັນໄປເປັນລົດໄຟຟ້າ VinFast, ລາຍການສ່ວນຫຼຸດຄ່າໂດຍສານຂອງ Green SM […]

ນະຄອນຫຼວງວຽງຈັນ, ວັນທີ 4 ທັນວາ 2025 – ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນສໍາລັບຮູບແບບການຂົນສົ່ງທີ່ປອດໄພ, ມີຄວາມໂປ່ງໃສ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໃນກຸ່ມນັກທຸລະກິດທີ່ກຳລັງທີ່ປະກອບການຢູ່ ສປປ ລາວ, Green SM ລາວ ໄດ້ລົງນາມຂໍ້ຕົກລົງຮ່ວມມືເຊີງຍຸດທະສາດກັບສະມາຄົມນັກທຸລະກິດຫວຽດນາມຢູ່ລາວ (AVILA). ເຊິ່ງງານໃນຄັ້ງນີ້ ເປັນຂີດໝາຍແຫ່ງຄວາມກ້າວໜ້າທີ່ສຳຄັນໃນການຂະຫຍາຍທາງເລືອກການຂົນສົ່ງສີຂຽວໃນນະຄອນຫຼວງວຽງຈັນ ແລະ ພື້ນທີ່ໃກ້ຄຽງ, ເຊິ່ງສອດຄ່ອງກັບທິດທາງການພັດທະນາທີ່ຍືນຍົງທີ່ລັດຖະບານລາວກໍາລັງສົ່ງເສີມ ແລະ ຜັກດັນ. ຕາມການຕົກລົງ, ບໍລິສັດ Green SM ລາວ ຈະສະໜອງບໍລິການຂົນສົ່ງໂດຍສານດ້ວຍລົດໄຟຟ້າ ທີ່ຖືກອອກແບບໃຫ້ເໝາະສົມກັບຮູບແບບການໃຊ້ງານຂອງວິສາຫະກິດ, ລວມມີ Green SM Taxi, ບໍລິການຮັບ – ສົ່ງສະໜາມບິນ Green SM Airport ແລະ ແພັກເກັດບໍລິການເພື່ອໄປອອກງານ, ອອກເທດສະການຕ່າງໆ ຫຼື ຕາມຄວາມຕ້ອງການໃຊ້ຕົວຈິງ.ໄປພ້ອມກັນນັ້ນແມ່ນລະບົບຄຸ້ມຄອງການຂົນສົ່ງສຳລັບວິສາຫະກິດ ທີ່ຊ່ວຍໃຫ້ສາມາດຕິດຕາມເສັ້ນທາງເດີນທາງ, ເຮັດລາຍງານປະຈຳໄຕມາດ ແລະ ປະຢັດຄ່າໃຊ້ຈ່າຍການຂົນສົ່ງໂດຍສານ. ແນວທາງເຫຼົ່ານີ້ ມຸ້ງໝາຍເພື່ອຊ່ວຍໃຫ້ວິສາຫະກິດຍົກລະດັບປະສິດທິພາບໃນການດຳເນີນທຸລະກິດ ແລະ ພັດທະນາປະສົບການ […]
